logo

ກອງປະຊຸມໃຫຍ່ຄັ້ງທີ XIV: ລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກເຖິງບົດບາດນຳພາຢ່າງຮອບດ້ານ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ

2026/1/21 | 07:53:05
(VOVWORLD) - ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກເຖິງບົດບາດນຳພາຢ່າງຮອບດ້ານ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ.
ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ
(ພາບ: TTXVN)

        ວັນທີ 20 ມັງກອນ, ໃນການປະຊຸມຖະແຫຼງຂ່າວສະຫຼຸບການເຄື່ອນໄຫວການທູດປີ 2025 ຂອງກະຊວງການຕ່າງປະເທດ ລັດເຊຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາຄວາມຄາດຫວັງສຳລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກເຖິງບົດບາດນຳພາຢ່າງຮອບດ້ານ ແລະ ສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ໝາກຜົນຂອງ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະປະກອບສ່ວນເຂົ້າໃນການສ້າງບັນດາແຜນການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນໄລຍະຈະມາເຖິງ.

        ໃນວັນດຽວກັນ, ເວັບໄຊຂອງພັກກອມມູນິດສະຫະພັນ ລັດເຊຍ (kprf.ru) ແລະ ໜັງສືພິມເອເລັກໂຕນິກ Rossiyskaya Gazeta (rg.ru) ຂອງ ລັດເຊຍ ກໍ່ໄດ້ລົງບັນດາບົດຂຽນກ່ຽວກັບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນ, ຕີລາຄາສູງຄວາມຕັດສິນໃຈຫັນປ່ຽນຕົນເອງ ດ້ວຍເປົ້າໝາຍຖືປະຊາຊົນເປັນພື້ນຖານຂອງການພັດທະນາໃນສະໄໝຈະມາເຖິງ.

TAG
VOV/VOVworld/​ແຜນ​ການ/​ພັດ​ທະ​ນາ​/​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ