logo

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

2026/1/21 | 13:33:24
(VOVWORLD) - ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ
(ພາບ: TTXVN)

ຕອນບ່າຍວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດການປະກອບຄຳເຫັນກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່. ເນື້ອໃນຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ເຊິ່ງປະຊາຊົນ, ພະນັກງານ, ສະມາຊິກພັກໄດ້ໃຫ້ຄວາມສົນໃຈ. ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ ໃຫ້ຮູ້ວ່າ ມີ 30 ບົດປະກອບຄຳເຫັນໃນມື້ເຮັດວຽກວັນທີ 21 ມັງກອນ.

“ໃນວິວັດການປຶກສາຫາລືທີ່ກອງປະຊຸມໃຫຍ່, ບັນດາຄຳເຫັນລ້ວນແຕ່ເປັນເອກະພາບຢ່າງສູງຕໍ່ເອກະສານທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV. ບໍ່ມີເນື້ອໃນໃດມີຄຳເຫັນແຕກຕ່າງກັນຕ້ອງລົງຄະແນນສຽງຂໍຄຳເຫັນທີ່ກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ຈະມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຮັບເອົາຄຳເຫັນປະກອບ, ປຶກສາຫາລື ເພື່ອສ້າງບັນດາເອກະສານໃຫ້ສົມບູນ, ນຳເຂົ້າມະຕິກອງປະຊຸມໃຫຍ່ຄັ້ງທີທີ XIV ແລະ ໄດ້ລົງຄະແນນສຽງຮັບຮອງເອົາທີ່ວາລະອັດ”.

ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ.

TAG
VOV/VOVworld/​ປະ​ຊາ​ຊົນ/ພະ​ນັກ​ງານ/ສະ​ມາ​ຊິກ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ