logo

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ:​ ບຸກ​ທະ​ລຸ​​ຈິນ​ຕະ​ນາ​ການ​ຂອງ​ພັກ

2026/1/20 | 06:13:00
(VOVWORLD) - ນີ້ກໍແມ່ນກອງປະຊຸມໃຫຍ່ ທີ່ຮັບຮູ້ຫຼາຍຈິນຕະນາການບຸກທະລຸໃນວຽກງານຊີ້ນຳນຳພາຂອງພັກ, ໃນນັ້ນ ຄັ້ເປັນງທຳອິດທີ່ພັກສັງລວມເອກະສານສຳຄັນ 3 ສະບັບ, ກຳນົດທິດຮູບແບບພັດທະນາໃໝ່, ໃນຂະນະທີ່ບັນດາມະຕິຍຸດທະສາດໄດ້ຮັບການປະຕິບັດທົດລອງຕົວຈິງກ່ອນຍືນສະເໜີຕໍ່ກອງປະຊຸມໃຫຍ່.
ບັນຍາກາດພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ມັງກອນ ຢູ່ ຮ່າໂນ້ຍ, ແມ່ນກອງປະຊຸມໃຫຍ່ທີ່ມີຄວາມໝາຍສຳຄັນເປັນພິເສດ, ສ້າງຂີດໝາຍແກ່ບາດລ້ຽວໃນເສັ້ນທາງພັດທະນາຂອງປະເທດຊາດ. ນີ້ກໍແມ່ນກອງປະຊຸມໃຫຍ່ ທີ່ຮັບຮູ້ຫຼາຍຈິນຕະນາການບຸກທະລຸໃນວຽກງານຊີ້ນຳນຳພາຂອງພັກ, ໃນນັ້ນ ຄັ້ເປັນງທຳອິດທີ່ພັກສັງລວມເອກະສານສຳຄັນ 3 ສະບັບ, ກຳນົດທິດຮູບແບບພັດທະນາໃໝ່, ໃນຂະນະທີ່ບັນດາມະຕິຍຸດທະສາດໄດ້ຮັບການປະຕິບັດທົດລອງຕົວຈິງກ່ອນຍືນສະເໜີຕໍ່ກອງປະຊຸມໃຫຍ່.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີໄຂ (ພາບ: VOV)

ເມື່ອຕີລາຄາກ່ຽວກັບບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານ ຮສຈ.ປອ  ບຸ່ຍດິ່ງຟອງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ມີຄວາມປະທັບໃຈຕໍ່ຄວາມຕັດສິນໃຈກະທຳທີ່ໄດ້ສະແດງໃນຮ່າງເອກະສານ.

ບົດລາຍງານການເມືອງຄັ້ງນີ້ ມີທັງໂຄງການດຳເນີນງານ, ນີ້ແມ່ນຄັ້ງທຳອິດໃນປະຫວັດສາດ. ໂຄງການດຳເນີນງານລະອຽດ, ຊີ້ແຈ້ງບັນດາພາກສ່ວນ, ຄະນະ, ອົງການຈັດຕັ້ງພັກຮັບຜິດຊອບຮອດໃສ, ແຫຼ່ງກຳລັງເປັນແນວໃດ, ປະຕິບັດສຳເລັດ ແລ້ວລາຍງານແນວໃດ… ພວກເຮົາຈະອີງໃສ່ບັນດາເນື້ອໃນດັ່ງກ່າວເພື່ອຕີລາຄາ. ດ້ວຍບັນດາຈຸດໃໝ່ຄືແນວນີ້, ຂ້າພະເຈົ້າມີຄວາມຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຈະມີບາດກ້າວບຸກທະລຸ”.

ໃນບັນດາຈຸດໃໝ່ຂອງກອງປະຊຸມໃຫຍ່ຄັ້ງທີ XIV, ທ່ານ ສຈ. ປອ ວິທະຍາສາດ ຟານຊວັນເຊີນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງບົດບາດຂອງເສດຖະກິດເອກະຊົນ. ສ່ວນທ່ານ ຫງວຽນດຶກຮ່າ, ອະດີດຫົວໜ້າກົມຮາກຖານພັກ, ຄະນະຈັດຕັ້ງສູນກາງພັກ, ຕີລາຄາສູງຕໍ່ເລື່ອງເປັນຄັ້ງທຳອິດທີ່ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ຊີ້ແຈ້ງວ່າ ການປົກປັກຮັກສາສິ່ງແວດລ້ອມ ກໍແມ່ນໜ້າທີ່ໃຈກາງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກໃນການພັດທະນາປະເທດແບບຍືນຍົງ./.

TAG
VOV/VOVworld/ບຸກ​ທະ​ລຸ​​ຈິນ​ຕະ​ນາ​ການ​ຂອງ​ພັກ/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ