logo

ກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຫວຽດ​ນາມ ​ຄັ້ງ​ທີ 1

2025/10/12 | 14:00:05
(VOVWORLD) - ເຂົ້າຮ່ວມກອງປະຊຸມໃຫ່ຍມີຜູ້ແທນສົມບູນ 453 ທ່ານ ຊື່ງຕາງໜ້າໃຫ້ສະມາຊິກພັກທັງໝົດໃນອົງຄະນະພັກລັດຖະບານກ່ວາ 209.000 ຄົນ, ພ້ອມດ້ວຍແຜ້ແທນຖືກເຊີນປະມານ 120 ທ່ານ.
(ພາບ: VOV)

    ໃນວັນທີ 12-13 ຕຸລາ, ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 ອາຍຸການ 2025-2030 ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ນີ້ແມ່ນກອງປະຊຸມໃຫ່ຍຕັ້ງປະຖົມມະເລິກຂອງອົງຄະນະພັກລັດຖະບານ ຕາມຮູບແບບການຈັດຕັ້ງໃໝ່. ໃນການເຮັດວຽກເປັນເວລາ 2 ວັນ, ກອງປະຊຸມໃຫ່ຍຈະສະຫລຸບ, ຕີລາຄາໝາກຜົນການປະຕິບັດວຽກງານອາຍຸການ 2020-2025, ສະຫລຸບຕີລາຄາວຽກງານຊີ້ນຳນຳພາ ຂອງຄະນະບໍລິຫານງານອົງຄະນະພັກລັດຖະບານອາຍຸການ 2020-2025. ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່, ມາຕະການຂອງອາຍຸການ 2025-2030; ປຶກສາຫາລື, ປະກອບຄຳເຫັນເຂົ້າໃນຮ່າງເອກະສານຂອງສູນກາງ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.

(ພາບ: VOV)

   ໃນການເຮັດວຽກມື້ທຳອິດ (ວັນທີ 12 ຕຸລາ), ກອງປະຊຸມໃຫ່ຍໄດ້ຈັດວາລະປະຊຸມກະກຽມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຟ້າມມິນຈິງ, ເລຂາຄະນະພັກລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ, ດຳເນີນບັນດາວາລະປຶກສາຫາລືຢູ່ໜ່ວຍ ແລະ ມີບົດທາບທາມຄຳເຫັນຢູ່ຫໍປະຊຸມ.

(ພາບ: VOV)

   ກອງປະຊຸມໃຫ່ຍສືບຕໍ່ດຳເນີນໃນວັນທີ 13 ຕຸລາ. ເຂົ້າຮ່ວມກອງປະຊຸມໃຫ່ຍມີຜູ້ແທນສົມບູນ 453 ທ່ານ ຊື່ງຕາງໜ້າໃຫ້ສະມາຊິກພັກທັງໝົດໃນອົງຄະນະພັກລັດຖະບານກ່ວາ 209.000 ຄົນ, ພ້ອມດ້ວຍແຜ້ແທນຖືກເຊີນປະມານ 120 ທ່ານ.

TAG
VOV/VOVworld/ກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຫວຽດ​ນາມ ​ຄັ້ງ​ທີ 1/ສະມາຊິກພັກທັງໝົດໃນອົງຄະນະພັກລັດຖະບານກ່ວາ 209.000 ຄົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ