ຖະໜົນຮ່າໂນ້ຍໄດ້ຮັບການປະດັດປະດາດ້ວຍ ປາໂນ, ຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະໄໝທີ XIV ຂອງພັກ (ພາບ: VOV5) |
ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ, ການແກ້ງແຍ້ງດ້ານຍຸດທະສາດເພີ່ມຂຶ້ນ, ການປະຕິວັດເຕັກໂນໂລຢີ ແລະ ເສດຖະກິດທົ່ວໂລກຂາດຄວາມໝັ້ນຖ່ຽງສະຫຼັບກັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV (ກອງປະຊຸມໃຫຍ່ສະໄໝທີ XIV) ຂອງພັກກອມມູນິດ ຫວຽດນາມ ໂດຍປະຊາຄົມສາກົນ ສົນໃຈພິເສດ.
ທ່ານ ສາດສະດາຈານ G.Devarajan ເລຂາທິການໃຫຍ່ພັກກຸ່ມກ້ານກ້າວໜ້າທົ່ວອິນເດຍ (AIFB), ໄດ້ຢັ້ງຢືນວ່າກອງປະຊຸມໃຫຍ່ສະໄໝທີ XIV ແມ່ນຂີດໝາຍປະຫວັດສາດຂອງ ຫວຽດນາມ, ເປີດສັງກາດພັດທະນາໃໝ່ອີງຕາມການປ່ຽນແປງຈິນຕະນາການ, ການບໍລິຫານຖືມະນຸດເປັນໃຈກາງ ແລະ ການເຊື່ອມໂຍງຢ່າງເປັນເຈົ້າການ.
ຕາມທ່ານແລ້ວ, ກອງປະຊຸມໃຫຍ່ໄດ້ສະແດງວິໄສທັດຍຸດທະສາດຢ່າງຈະແຈ້ງ, ພຶດຕິກຳຕົວຈິງ ແລະ ມີລັກສະນະປະຫວັດສາດ” ໃນການກຳນົດຮູບແບບພັດທະນາໃໝ່ອີງຕາມວິທະຍາສາດ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ພ້ອມທັງຢຶດໝັ້ນກັບການກຳນົດທິດສັງຄົມນິຍົມ. ທ່ານຖືວ່າ ເລື່ອງ ຫວຽດນາມ ຖືມະນຸດເປັນໃຈກາງຂອງການພັດທະນາ, ການເຕີບໂຕຕິດພັນກັບຄວາມກ້າວໜ້າສັງຄົມ ແລະ ສວຍໃຊ້ເຕັກໂນໂລຢີທັນສະໄໝຮັບໃຊ້ຜົນປະໂຫຍດແຫ່ງຊາດ ສະແດງໃຫ້ເຫັນວິທີການສຳຜັດ ໃກ້ຈະສົມບູນແບບ ແລະ ເຕັມໄປດ້ວຍຄວາມໝັ້ນໃຈ, ຊ່ວຍຫວຽດນາມ ຫຼີກລ້ຽງຈະຕົກເຂົ້າສູ່ກັບດັກ ຂຶ້ນກັບການເງິນ ແລະ ເຕັກໂນໂລຢີ.




