logo

ກອງ​ປະ​ຊຸມ​ໃຫຍ່​ສະ​ໄໝ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ປະ​ຫວັດ​ສາດ​ພັກ​ກອ​ມມູ​ນິດ ຫວຽດ​ນາມ

2026/1/23 | 10:29:00
(VOVWORLD) -  ເມື່ອກ່າວຄຳເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມນູນິດ ຫວຽດນາມ, ຕອນບ່າຍວັນທີ 23 ມັງກອນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍໃໝ່ໃນປະຫວັດສາດພັກກອມມູນິດ ຫວຽດນາມ ແລະ ປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ.
 
ບັນດາຜູ້ແທນເຂົ້າຮ່ວມວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ:daihoidangtoanquoc.vn)

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເອກະສານສະບັບຕ່າງໆໂດຍຄະນະບໍລິຫານງານສູນກາງພັກສະໄໝທີ XIII ຍື່ນສະເໜີ. ກອງປະຊຸມກໍໄດ້ປຶກສາຫາລື ແລະ ຮັບຮອງເອົາບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດ ແລະ ບັນດາທິດທາງໃຫຍ່, ບັນດາໜ້າທີ່ຈຸດສຸມ, ບັນດາບຸກທະລຸຍຸດທະສາດເພື່ອສ້າງສາ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ ແລະ ປົກປົກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ ໃນສະພາບການໃໝ່. ໃນນັ້ນ ກຳນົດ: ການພັດທະນາເສດຖະກິດ - ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມແມ່ນໃຈກາງ; ກໍ່ສ້າງພັກແມ່ນແກ່ນສານ; ພັດທະນາວັດທະນະທຳ, ມະນຸດເປັນພື້ນຖານ; ເພີ່ມທະວີວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການພົວພັນຕ່າງປະເທດ, ເຊື່ອມໂຍງແມ່ນສຳຄັນຈຳເປັນ ແລະ ປະຈຳ. ບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດແມ່ນກຳລັງໜູນໃຈກາງຂອງການພັດທະນາ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມ
(ພາບ: daihoidangtoanquoc.vn) 

“ຈິດໃຈ “ຢຶດໝັ້ນ” ແມ່ນຈັນຍາບັນການເມືອງ, ແມ່ນການສືບຖອດມູນເຊື້ອປະຫວັດສາດ ແລະ ບັນດາບົດຮຽນຈາກຂະບວນວິວັດປ່ຽນແປງໃໝ່, ແມ່ນຄຳໝັ້ນສັນຍາຢ່າງແຮງຂອງພັກໃນບໍ່ວ່າສະພາບການໃດກໍລ້ວນແຕ່ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ຕິດພັນກັບສັງຄົມນິຍົມ, ຢຶດໝັ້ນກັບເສັ້ນທາງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ຍາມໃດກໍຖືຜົນປະໂຫຍດແຫ່ງຊາດ, ຂອງຊາດເໜືອກວ່າສິ່ງໃດໝົດ, ຖືຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນຢູ່ໃຈກາງ. ຈິດໃຈ “ປ່ຽນແປງໃໝ່” ແມ່ນຄຳຮຽກຮ້ອງທີ່ມີລັກສະນະແຫ່ງຍຸກສະໄໝ. ບໍ່ປ່ຽນແປງໃໝ່, ປະຕິຮູບ ຈະບໍ່ສາມາດບຸກທະລຸ, ບໍ່ສາມາດແກ້ງແຍ້ງ ແລະ ພັດທະນາໄດ້. ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ປ່ຽນແປງໃໝ່ຮູບແບບພັດທະນາ, ຮູບແບບການເຕີບໂຕ, ປ່ຽນແປງໃໝ່ແບບວິທີຈັດຕັ້ງປະຕິບັດ, ເພື່ອໃຫ້ແນວທາງອັນຖືກຕ້ອງກາຍເປັນໝາກຜົນລະອຽດໃນຊີວິດ”.

 ຄະນະບໍລິຫານງານສູນກາງພັກສະໄໝທີ XIV ສະເໜີຕົວຕໍ່ກອງປະຊຸມໃຫຍ່ (ພາບ: daihoidangtoanquoc.vn) 

        ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ອີກຄັ້ງໜຶ່ງ ກອງປະຊຸມໃຫຍ່ຢັ້ງຢືນສັດຈະທຳທີ່ວ່າ: ການນຳພາຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະໃນການປະຕິວັດ ຫວຽດນາມ; ແນວທາງປ່ຽນແປງໃໝ່ຂອງພັກແມ່ນຖືກຕ້ອງ, ມີປະດິດຄິດສ້າງ, ສອດຄ່ອງກັບກົດເກນພາວະວິໄສ. ທ່ານກ່າວວ່າ:

        “ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ເຈດຈຳນົງ, ຄວາມຕັດສິນໃຈ ແລະ ວິໄສທັດພັດທະນາໃໝ່ຂອງປະເທດເຮົາ. ດ້ວຍຄວາມສາມັກຄີ ແລະ ບັນຍາກາດຕັດສິນໃຈຂອງກອງປະຊຸມໃຫຍ່; ດ້ວຍບັນດານະໂຍບາຍຊີ້ຂາດໃຫຍ່ໄດ້ຮັບຮອງເອົາ; ດ້ວຍຄວາມເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳຂອງທົ່ວພັກ; ດ້ວຍກຳລັງແຮງຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແນ່ນອນວ່າ ພວກເຮົາຈະປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XIV ຢ່າງມີໄຊ.”./.

TAG
VOV/VOVworld/ກອງປະຊຸມໃຫຍ່ ສະໄໝທີ XIV/ບຸກທະລຸພັດທະນາວິທະຍາສາດ/ເຕັກໂນໂລຢີ/ນະວັດຕະກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ