logo

ກະ​ກ​ຽມ​ພິ​ທີ​ປິດ​ງານ​ວາງ​ສະ​ແດງ​ຜົນ​ງານ​ແຫ່ງ​ຊາດຢ່າງ​ຮອບ​ດ້ານ​ຖີ່​ຖ້ວນ

2025/9/12 | 11:06:00
(VOVWORLD) - ໃນເວລາ 13 ວັນ, ເລີ່ມແຕ່ວັນທີ 28 ສິງຫາ - ວັນທີ 09 ກັນຍາ ຈຳນວນ ແຂກມາເຂົ້າຢ້ຽມຊົມ “ການຈັດວາງສະແດງຜົນງານແຫ່ງຊາດ 80 ປີ ໄລຍະທາງແຫ່ງ   ເອກະລາດ- ເສລີພາບ-ຄວາມຜາສຸກ” ຄາດວ່າຫຼາຍກວ່າ 6,6 ລ້ານເທື່ອຄົນ, ໃນຈຸດເວລາເຮັ່ງຮ້ອນ ແຂກທີ່ເຂົ້າມາຢ້ຽມຊົມກໍ່ຫຼາຍກວ່າ 1 ລ້ານເທື່ອຄົນຕໍ່ວັນ, ພ້ອມດຽວກັນນັ້ນ ກໍ່ຍັງມີຄະນະຜູ້ແທນຈາກຕ່າງປະເທດ ຫຼາຍຄະນະເຂົ້າມາຢ້ຽມຊົມງານວາງສະແດງ, ລວມມີທັງຄະນະຜູ້ແທນຂັ້ນສູງ.

 ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກໃນກອງປະຊຸມຄະນະຊີ້ນຳງານວາງສະແດງຜົນງານແຫ່ງຊາດ, ໃນຕອນບ່າຍ ວັນທີ 11 ກັນຍາ, ທິ່ສຳນັກງານລັດຖະບານ.

 ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

        ກ່າວຄຳເຫັນໃນກອງປະຊຸມ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ    ງານວາງສະແດງໄດ້ດຶງດູດຄວາມສົນໃຈເປັນພິເສດ, ສ້າງການຕອບສະໜອງແຜ່ກະຈາຍຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທຸກຊັ້ນຄົນ. ງານວາງສະແດງໄດ້ເຊີດຊູ, ແນະນຳບັນດາຜົນງານອັນພົ້ນເດັ່ນຂອງພັກ, ລັດ ໃນຂະບວນການການຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ; ປະກອບສ່ວນໂຄສະນາສຶກສາມູນເຊື້ອຮັກຊາດ, ປັບປຸງຄວາມເຊືຶ່ອໝັ້ນຂອງປະຊາຊົນໃນແນວທາງການປ່ຽນແປງໃໝ່, ພັດທະນາຢ່າງໝັ້ນຄົງ ແລະ ໂຄສະນາພາບພົດຂອງ ປະເທດຫວຽດນາມ ແຫ່ງການປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.  

ເພືີ່ອກະກຽມພິທີປິດງານວາງສະແດງຢ່າງຮອບດ້ານ, ທ່ານ ມາຍວັນຈິງ , ຮອງນາຍົກລັດຖະມົນຕີ ໄດ້ມອບໝາຍໜ້າທີ່ລະອຽດ ໃຫ້ແກ່ ບັນດາກະຊວງ, ຂະແໜງການ, ອົງການ ແລະ ພາກສວກກ່ຽວຂ້ອງ.

“ພິທີປິດງານວາງສະແດງ ບໍ່ພຽງແຕ່ແມ່ນພິທີອັດເຫດການໃດໜຶ່ງທີ່ສິ້ນສຸດລົງ ແຕ່ແມ່ນໂອກາດເພື່ອໃຫ້ພວກເຮົາຖອດຖອນເອົາບົດຮຽນປະສົບການ. ທີສອງ ແມ່ນເພື່ອເປັນການກະຈາຍສານຜົນສຳເລັດຂອງງານວາງສະແດງດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານກະກຽມພິທີປິດງານວາງສະແດງ ຕ້ອງໄດ້ປະຕິບັດຢ່າງຮອບຄອບ ແລະ ປອດໄພ, ປະຢັດມັດທະຍັດ ແຕ່ຕ້ອງມີຄວາມຮັບປະກັນຖືກກັບລະດັບຊາດ. ຂ້າພະເຈົ້າສະເໜີ ໃຫ້ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແລະ ທຸກພາກສ່ວນສືບຕໍ່ເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຮັບຜິດຊອບຢ່າງສູງສຸດ ເພື່ອຈັດພິທີດັ່ງກ່າວໃຫ້ບັນລຸຜົນສຳເລັດ.”                                                                                                                                                                                                                                                                                                                                                                                                                                                                                                                                                                                 

TAG
VOV/VOVworld/​ງານ​ວາງ​ສະ​ແດງ​ຜົນ​ງານ​ແຫ່ງ​ຊາດ/80 ປີ ໄລຍະທາງແຫ່ງ ເອກະລາດ- ເສລີພາບ-ຄວາມຜາສຸກ”

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ