logo

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີຊັກທຸງ ອາຊຽນ ປີ 2018

2018/8/8 | 10:29:00
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018), ໃນຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຊັກທຸງ ອາຊຽນ ປີ 2018 ທີ່ນະຄອນຫຼວງຮ່າໂນ້ຍ. 

ເຂົ້າຮ່ວມໃນພິທີ ມີທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ບັນດາທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ; ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງແຮງການ - ທະຫານເສຍອົງຄະ ແລະ ສັງຄົມ; ທ່ານເອກອັນຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ

ທາງດ້ານຄະນະທຸຕານຸທູດມີ: ເອກະອັກຄະລົດຖະທູດ ສ.ໂບລິວາ ເວເນຊູເອລາ ປະຈຳຫວຽດນາມ, ຫົວໜ້າຄະນະທຸຕານຸທູດປະຈຳຮ່າໂນ້ຍ; ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ  ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018

(ພາບ:news.zing.vn)

ກ່າວຄໍາເຫັນທີ່ພິທີຊັກທຸງ ອາຊຽນປີ 2018, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຊີ້ແຈ້ງວ່າ ກ່ອນນີ້ 51 ປີ, ວັນທີ 8 ສິງຫາ 1967, ບັນດາການນໍາອາຊຽນ ໄດ້ວາງພື້ນຖານ ໃຫ້ “ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ ແລະ ວັດທະນາຖາວອນ”. ນັ້ນກໍແມ່ນ ປະຊາຄົມອາຊຽນ ໃນວັນນີ້, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອຸ້ມຊູຊ່ວຍເຫຼືອ ແລະ ແບ່ງປັນເຊິ່ງກັນແລະກັນ, ແມ່ນປະຊາຄົມຂອງປະຊາຊົນ ແລະ ເພື່ອປະຊາຊົນ.

ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມັນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

“ບົດບາດເປັນໃຈກາງ, ນໍ້າໃຈສາມັກຄີ, ສຽງເວົ້າ ແລະ ກໍາລັງແຜ່ຂະຫຍາຍຂອງປະຊາຄົມອາຊຽນ ນັບມື້ນັບເຂັ້ມແຂງຂຶ້ນ, ອັນໄດ້ຊຸກຍູ້ການພົວພັນເປີດກວ້າງໃນຫຼາຍດ້ານກັບບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືໃນພາກພື້ນ ແລະ ທົ່ວໂລກ,ປະຕິບັດບັນດາເປົ້າໝາຍລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງຍຸຕິທໍາ ແລະ ຍືນຍົງ. ສໍາລັບຫວຽດນາມແລ້ວ, ອາຊຽນແມ່ນບຸລິມະສິດໜຶ່ງໃນນະໂຍບາຍທາງດ້ານການຕ່າງປະເທດ. ຕະຫຼອດໄລຍະ 23 ປີຮ່ວມເດີນທາງພ້ອມກັນ, ອາຊຽນ ກໍ່ໄດ້ຕິດພັນກັບບັນດາຂີດໝາຍອັນສຳຄັນໃນຂະບວນວິວັດແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຂອງຫວຽດນາມ”.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຮ່ວມກັບບັນດາປະເທດສະມາຊິກຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ ເຖິງປີ 2025 ບົນຈິດໃຈສາມັກຄີ, ຂະຫຍັນຂັນເຂື່ອນ ແລະ ປະດິດຄິດສ້າງຢ່າງມີປະສິດທິຜົນ, ໃນນັ້ນ, ມີການເຂົ້າຮ່ວມຢ່າງກ້ວງຂວາງ, ປະກອບສ່ວນຢ່າງຕັ້ງໜ້າຂອງທຸກຊົນຊັ້ນສັງຄົມ ແລະ ປະຊາຊົນ ອາຊຽນ./

TAG
VOV/VOVworld/ພິທີຊັກທຸງ/ອາຊຽນ/ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ/​ ະ​ຫຍັນ​ຂັນ​ເຂື່ອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ