logo

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ-ລາວ ສົ​ມ​ທົບ​ກັນ​ຊີ້​ນຳ​​ຈັດ​ງານ​ຕະຫຼາດ​ນັດ​ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ

2025/11/18 | 08:10:02
(VOVWORLD) - ງານຕະຫຼາດນັດມີ 120 ຮ້ານວາງສະແດງ(ໃນນັ້ນມີ 20 ຮ້ານວາງສະແດງຂອງ ລາວ)...

(ພາບ: TTXVN)

     ແຕ່ວັນທີ  20-23 ພະຈິກ, ງານຕະຫຼາດນັດເຊື່ອມຕໍ່ການຄ້າ ແລະ ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ. ຕອນຄ່ຳວັນທີ 17 ພະຈິກ, ກົມໂຄສະນາອົບຮົມ (ກົມໃຫ່ຍການເມືອງກອງທັບ ປຊຊ ລາວ ໃຫ້ຮູ້ວ່າ: ງານຕະຫຼາດນັດມີ 120 ຮ້ານວາງສະແດງ(ໃນນັ້ນມີ 20 ຮ້ານວາງສະແດງຂອງ ລາວ) ຂອງບັນດາວິສາຫະກິດໃຫ່ຍ, ເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງໃນພາກພື້ນ ແລະ ສາກົນຂອງ ຫວຽດນາມ ແລະ ລາວ. ບັນດາຜະລິດຕະພັນທີ່ນຳມາວາງສະແດງມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຕ້ອງການບໍລິໂພກຂອງ ລາວ ແລະ ບັນດາປະເທດ ອາຊຽນ.

   ກົມໂຄສະນາອົບຮົມ (ກົມໃຫ່ຍການເມືອງກອງທັບ ປຊຊ ຫວຽດນາມ) ກໍ່ຈະເປັນປະທານຜັນຂະຫຍາຍ “ບໍລິເວນວັດທະນະທຳ ຫວຽດນາມ” ສະແດງບັນດາຮູບພາບ, ວັດຖຸພັນກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບໃນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ພັດທະນາປະເທດຊາດລະຫວ່າງສອງປະເທດ ຫວຽດນາມ-ລາວ.

TAG
VOV/VOVworld/ງານຕະຫຼາດນັດ/ຫວຽດນາມ ແລະ ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ