logo

ກະ​ສັດ ບ​ຣູ​ໄນ Darussalam Haji Hassanal Bolkiah ສິ້ນ​ສຸດ​ການ​ຢ້ຽມ​ຢາມທາງ​ລັ​ດຖະ​ກິດ ຢູ່ ຫວຽດ​ນາມ

2025/12/2 | 12:09:11
(VOVWORLD) -    ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣູໄນ  Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.
ກະສັດ ບຣູໄນ Darussalam Haji Hassanal Bolkiah  ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV)

  ຕອນບ່າຍວັນທີ 2 ທັນວາ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 30 ພະຈິກ -  02 ທັນວາ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢ່າງຈົບງາມ. ໃນໄລຍະຢ້ຽມຢາມຢູ່  ຫວຽດນາມ, ກະສັດ ບຣູໄນ Darussalam Haji Hassanal Bolkiah ໄດ້ມີການພົບປະເຈລະຈາກັບທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ພົບປະກັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພົບປະກັບນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ໃນການພົບປະຕ່າງໆ, ການນຳສອງປະເທດເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານການຄ້າ - ການລົງທຶນ, ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍວິສາຫະກິດແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາຄູ່ຮ່ວມມື; ຂຸດຄົ້ນປະສິດທິຜົນຂອງກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ.

        ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ບຣູໄນ  Darussalam, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນທຸກຂົງເຂດຫຼາຍກວ່າອີກ.

TAG
VOV/VOVworld/ກະສັດ ບຣູໄນ Darussalam

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ