logo

ກະ​ສັດ ໄທ ກະ​ກຽມ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ

2025/11/7 | 07:49:18
(VOVWORLD) - ເລື່ອງ ກະສັດ ໄທ ເລືອກ ຈີນ ແມ່ນປະເທດໃຫຍ່ທຳອິດທີ່ໄປປະຕິບັດການຢ້ຽມຢາມທາງການ ໄດ້ສະແດງໃຫ້ເຫັນຄວາມເຄົາລົບຢ່າງສູງຂອງທັງສອງຝ່າຍໃນການພັດທະນາການພົວພັນ ຈີນ ແລະ ໄທ.

ກະສັດໄທ ມະຫາວະຊິຣາລົງກອນ ພຣະວະສິຣະເກົ້າເຈົ້າຢູ່ຫົວ ພ້ອມກັບ ພຣະ ຣາຊີນີ ສຸທິດາ ພັດຊະຣະສຸທາພິມົນລັກ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ຈີນ ໃນລະຫວ່າງວັນ13 – 17 ພະຈິກ ຕາມຄຳເຊື້ອເຊີນຂອງ ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ການຢ້ຽມຢາມແມ່ນເພື່ອເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດລະຫວ່າງສອງປະເທດ, ພິເສດໃນໂອກາດສອງປະເທດສະເຫຼີມສະຫຼອງ ປີທອງຂອງນ້ຳໃຈມິດຕະພາບ, ປີ 2025 ສ້າງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໄທ - ຈີນ. ຢູ່ການຖະແຫຼງຂ່າວປະຈຳເດືອນໃນວັນທີ 6 ພະຈິກ, ທ່ານ ໜາວໜິງ ໂຄສົກກະຊວງການຕ່າງປະເທດ ຈີນ ຖືວ່າ ເລື່ອງ ກະສັດ ໄທ ເລືອກ ຈີນ ແມ່ນປະເທດໃຫຍ່ທຳອິດທີ່ໄປປະຕິບັດການຢ້ຽມຢາມທາງການ ໄດ້ສະແດງໃຫ້ເຫັນຄວາມເຄົາລົບຢ່າງສູງຂອງທັງສອງຝ່າຍໃນການພັດທະນາການພົວພັນ ຈີນ ແລະ ໄທ.

TAG
VOV/VOVworld/ໄທ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ