logo

ການ​​ກວດ​ກາບັນ​ດາ​ການ​ເຄື່ອນ​ໄຫວ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊ​ຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ

2026/1/13 | 11:30:53
(VOVWORLD) - ຕອນເຊົ້າວັນທີ 13 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ່ວຍອະນຸກຳມະການຈັດຕັ້ງຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ພ້ອມດ້ວຍບັນດາສະມາຊິກຂອງອະນຸກຳມະການໄດ້ມີການກວດກາບັນດາການເຄື່ອນໄຫວກະກຽມໃຫ້ແກ່ເຫດການການເມືອງທີ່ມີຄວາມສຳຄັນເປັນພິເສດນີ້. 
ທ່ານ ເຈິ່ນເກີມຕູ ກວດກາພື້ນຖານໂຄງລ່າງສູນສື່ມວນຊົນ (ພາບ: TTXVN)

  ນະທີ່ນີ້, ທ່ານ ເຈິ່ນເກີມຕູ ໄດ້ກວດກາວຽກງານກະກຽມ, ປະດັບປະດາຢູ່ຫໍປະຊຸມຢ່າງລະອຽດ; ກວດກາພື້ນຖານໂຄງລ່າງສູນສື່ມວນຊົນ, ສູນບັນຊາການຂອງກະຊວງຕຳຫຼວດ, ບັນດາພະແນກທີ່ວິຊາການ, ວຽກງານສາທາລະນະສຸກ… ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການ ຮຽກຮ້ອງໃຫ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອມີການດັດປັບວຽກງານ, ກະກຽມໃຫ້ແກ່ການຝຶກຊ້ອມໃຫຍ່ ທີ່ຈະດຳເນີນໃນວັນທີ 14 ມັງກອນ; ສະເໜີໃຫ້ບັນດາອະນຸກຳມະການປະຕິບັບຖືກຕ້ອງຕາມຄຳຮຽກຮ້ອງຢ່າງແໜ້ນແຟ້ນ, ຖືກຕ້ອງຕາມຂໍ້ກຳນົດຫຼັກການ, ທັງນີ້ເພື່ອມຸ່ງໄປເຖິງເປົ້າໝາຍສູງສຸດ ນັ້ນແມ່ນຮັບປະກັນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກປະສົບຜົນສຳເລັດຢ່າງຈົບງາມ.

TAG
VOV/VOVworld/ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ/ກວ​ດ​ກາ​ການ​ກະ​ກຽມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ