logo

ການຂົນຂວາຍຫາສຽງເລືອກຕັ້ງ: ຄຳໝັ້ນໝາຍຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງ

2016/5/9 | 10:08:00
ພາຍຫຼັງ​ສິ້ນ​ສຸດການ​ປຶກ​ສາ​ຫາ​ລື 3 ຮອບ, ໃນ​ຈຸ​ເວ​ລານີ້, ບັນ​ດາ​ທ້ອງ​ຖິ່ນ​ຢູ່​ຫວຽດ​ນາມ​ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ໃຫ້​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫງ​ຊາດດຳ​ເນີນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ

ພາຍຫຼັງ​ສິ້ນ​ສຸດການ​ປຶກ​ສາ​ຫາ​ລື 3 ຮອບ, ໃນ​ຈຸ​ເວ​ລານີ້, ບັນ​ດາ​ທ້ອງ​ຖິ່ນ​ຢູ່​ຫວຽດ​ນາມ​ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ໃຫ້​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງໃນ​ຈຳ​ນວນຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນສະ​ມາ​ຊິກ​ສະ​ພາ​ແຫງ​ຊາດທັງ​ໝົດ 870 ຄົນດຳ​ເນີນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງສະ​ເໜີ​ຕໍ່ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ຄາດ​ຄະ​ເນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ​ຖ້າ​ຫາກ​ໄດ້​ຮັບ​ການ​ເລືອກ​ຕັ້ງ. ນີ້ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຂໍ້​ມູນ​ຂ່າວ​ສານ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ຕັດ​ສິນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ.  

 


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ
ພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງເມືອງ​ຮ່​ວານ​ກ້ຽມ​-ຮ່າ​ໂນ້ຍ

     ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແ​ຫ່ງ​ຊາດ  ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແລ້ວ, ຫຼັກ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງແມ່ນ​ໄດ້​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ເປີດ​ເຜີຍ, ສະ​ເໝີ​ພາບ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ. ການຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ດ້ວຍ​ຮູບ​ແບບ​ຕ່າງໆ​ເຊັ່ນ: ພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ທ້ອງ​ຖິ່ນ​ຊຶ່ງ​ແມ່ນບ່ອນ​ທີ່​ຕົນ​ຢູ່​ອາ​ໄສເພື່ອ​ຍື່ນ​ສະ​ເໜີໂຄງ​ການ​ດຳ​ເນີນ​ງານ ຖ້າ​ຫາກ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ  ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​

     ໂຄງ​ການ​ດຳ​ເນີນ​ງານທີ່​ຕິດ​ແທດ​ຕົວ​ຈິງ

   ຜ່ານ​ບັນ​ດາ​ການ​ລົງພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ລ້ວນ​ແຕ່​ຕິດແທດ ກັບ​ຊີ​ວິດ​ຕົວ​ຈິງ, ເຕື້ອງ​ເຖິງຫຼາຍ​ບັນ​ຫາ​ທີ່​ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ. ທີ່​ການພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້ເນັ້ນ​ໜັກ​ເຖິງ 3 ໜ້າ​ທີ່​ຈຸດ​ສຸມ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນ, ໃນ​ນັ້ນ​ມີ​ການ​ເລັ່ງ​ໃສ່​ກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຟຸມ​ເຟືອຍ, ກໍ່​ສ້າງ​ກົງ​ຈັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ. ເພ​ື່ອ​ຮັກ​ສາ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມໄດ້​ຮັບ​ຖື​ວ່າ ແມ່ນ​ໜ້າ​ທີ່​ສຳ​ຄັນ​ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ; ຮັກ​ສາ​ເອ​ກະ​ລາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ໃນ​ນັ້ນ​ມີ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ຫມູ່​ເກາະ ກໍ​ຄື​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ເພື່ອ​ປະ​ຕິ​ບັດ​ວຽ​ກ​ງານນີ້​ໃຫ້​ໄດ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ກຳ​ໜົດ​ວ່າ ຕ້ອງ​ຜູກ​ພັນ​ກັບ​ປະ​ຊາ​ຊົນ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເປັນ​ປະ​ຈຳ ແລະ ຮັກ​ສາ​ການ​ພົວ​ພັນ​ກັບ​ປະ​ຊາ​ຊົນ​ໃຫ້​ດີ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຍົກ​ອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ພ້ອມ​ກັບ​ພັກ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ສູ້​ຊົນ​ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ພື້ນ​ຖ​ານ​ຕາມ​ທິດ​ທັນ​ສະ​ໄໝ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ເຕື້ອງ​ເຖິງ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ປົດ​ປ່ອຍ​ກຳ​ລັງ​ການ​ຜະ​ລິດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ຄວບ​ຄຸມ​ໜີ້​ສາ​ທາ​ລະ​ນະ, ແກ້​ໄຂ​ໜີ້​ເສຍ, ເດັດ​ດ່ຽວ​ຕ້ານການ​ສໍ້​ລາດ​ບັງຫຼວງ, ຟຸມ​ເຟືອຍ, ກໍ່​ສ້າງ​ລັດ​ຖະ​ບານ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຮັບ​ປະ​ກັນ ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ; ຍູ້​ແຮງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ພ້ອມ​ກັນ​ນັ້ນ ແມ່ນ​ບັນ​ດາ​ວິ​ທີ​ການ​ແກ້​ໄຂຫຼຸດ​ຜ່ອນອັດ​ຕາ​ຄອບ​ຄົວ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ.

     ເບິ່ງລວມ​ແລ້ວ, ໃນ ໂຄງ​ການ​ດຳ​ເນີນ​ງານ, ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຕ່າງ​ກໍ​ຢັ້ງ​ຢ​ືນ​ຈະ​ຕັ້ງ​ໜ້າ​ປະ​ກອບ​ສ່​ວນ​ສະ​ຕິ​ປັນ​ຍາ, ເຫື​ອ່​ແຮງ​ຢ່າງ​ເໝາະ​ສົ​ມ​ດ້ວຍ​ຄວາມ​ໄວ້ວາງ​ໃຈ, ເຊື່ອ​ໝັ້ນ, ແລະ ການ​ຝາກ​ຝັງ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ເພີ່ມ​ທະ​ວີ​ການ​ລົງພົບ​ປະກັບຜູ້​ມີ​ສິດ​ເລືອກ​ຕັ້ງ. ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງຍັງ​ໝັ້ນ​ໝາຍ​ວ່າ ໃນ​ຂອບ​ເຂດ​ໜ້າ​ທີ່, ສິດ​ອຳ​ນາດ​ຂອງ​ຕົນ, ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ລາຍ​ງານ​ໝາກ​ຜົນ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ທ່ານ​ບຸຍ​ວັນ​ຊວຽນ ກຳ​ມະ​ການ​ປະ​ຈຳ​ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຖ​ືວ່າ :
  “ ສິ່ງ​ທີ່​ສຳ​ຄັນ​ຂອງ ​ໂຄງ​ການ​ດຳ​ເນີນ​ງານ​ຂອງຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫງ​ຊາດແມ່ນ​ສະ​ແດງໃຫ້​ເຫັນ​ສຽງ​ເວົ້າ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ຕໍ່​ໜ້າ​ອົງ​ການ​ສຳ​ນັກ​ງານ​ສູນ​ກາງ, ທ້ອງ​ຖິ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຂອງ​ປະ​ຊາ​ຊົນ. ສາ​ມາດ​ແກ້​ໄຂ ແລະ ຕອບ​ສະ​ໜອງ​ໄດ້​ຕາ​ມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຂອງ​ປະ​ຊາ​ຊົນ, ນັບ​ທັງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ ”

    ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ຄວາມ​ເຊື່ອ​ໝັ້ນ

     ຜ່ານບັນ​ດາ​ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​, ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນຕໍ່​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ຖ້າ​ຫາກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຈະ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ, ປ່ຽນ​ໃໝ່​ ແລະ ຍົກ​ສູ ງການ​ເຄື່ອນ​ໄຫວຂອງ​ສະ​ພາ​ແຫ່ງ​ຊາດ, ຕິດ​ຕາມກວດ​ກາ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ຊຸ່ງ​ແຊວ​ໂຮ່ ຢູ່​ເມືອງ ຊີ​ມາ​ກາຍ ແຂວງ ລ່າວ​ກາຍ ໃຫ້​ຮູ້​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ທີ່​ສຸດ​ກ່ຽວ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແ​ຫ່ງ​ຊາດ. ສຳ​ລັບ​ບັນ​ດາຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ມີ​ຄວ​າມ​ເອົາໃຈ​ໃສ່​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ແກ່​ປະ​ຊາ​ຊົນ ”

       ຄຳ​ໝັ້ນ​ໝາຍ​ຂອງສະ​ມາ​ຊິກ​ສະ​ພາ​ແ​ຫ່ງ​ຊາດແມ່ນ​ຄວາມ​ເປັນກຽດ, ແມ່ນ​ຄວາມ​ເຄົາ​ລົບ​ຕົນ​ເອງ. ເພາະ​ສະ​ນັ້ນ, ພ້ອມ​ກັບ​ຄຳ​ໝັ້ນ​ໝາຍ​ໃນ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ການ​ເກ​ັ້ຍກອມດ້ວຍ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແຕ່​ລະ​ຄົນ ແມ່ນ​ສິ່ງ​ທີ່​ສຳ​ຄັນ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີ​ຕໍ່​ອົງ​ການ​ນິ​ຕິ​ບັນ​ຍັດ.
TAG
vovworld/ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ