(vovworld) ໂດຍສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດ ຫວຽດນາມ, ປີ 2014 ໄດ້ຮັບຖືວ່າແມ່ນປີສຳຄັນເພື່ອຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັນສາກົນຂອງປະເທດຊາດເຊິ່ງມະຕິເລກທີ 22 ຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫາກໍ່ປະກາດໃຊ້, ໃນນັ້ນມີເນື້ອໃນພົ້ນເດັ່ນແມ່ນສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ. ນີ້ແມ່ນຈຸດໝາຍໃຫຍ່ຂອງການເຄື່ອນໄຫວການຕ່າງປະເທດໃນປິ 2014. ຕໍ່ໄປນີ້ພວກເຮົາມີບົດຂຽນຂອງບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ແອ໋ງຮ່ວຽນ ດ້ວຍຫົວຂໍ້ວ່າ: ການທູດ ຫວຽດນາມ ປີ 2014 ດ້ວຍຈຸດໝາຍເຊື່ອມໂຍງຮອບດ້ານ. ເຊີນທ່ານຕິດຕາມຮັບຟັງ.

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ຈັດຕັ້ງຢູ່ ໄທ ແຕ່13- 14/8/2013
(ພາບປະກອບ)
ນຳບັນດາຂອບເຂດການພົວພັນກ້າວເຂົ້າສູ່ປະສິດທິຜົນ
ດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດກັບ 13 ປະເທດ ແລະ ການພົວພັນຄູ່ຮ່ວມມືຮອບດ້ານກັບ 11 ປະເທດເຊິ່ງ ຫວຽດນາມ ໄດ້ສ້າງຂອບເຂດການພົວພັນໃນປີ 2013, ບຸລິມະສິດຕົ້ນຕໍ່ຂອງການເຄື່ອນໄຫວການຕ່າງປະເທດປີ 2014 ແມ່ນສືບຕໍ່ເຮັດໃຫ້ບັນດາການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ເຫຼົ່ານັ້ນນຳມາເຊິ່ງປະສິດທິຜົນ, ຜົນປະໂຫຍດຢ່າງແທດຈິງ. ພ້ອມກັນນັ້ນແມ່ນເພີ່ມທະວີຊຸກຍູ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ບັນດາປະເທດຢູ່ພາກພື້ນຕ່າງທໃນໂລກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຖືວ່າ:
“ປີ 2013, ພວກເຮົາສຸມໃສ່ເຂົ້າໃນການພົວພັນກັບບັນດາປະເທດໃຫຍ່, ປະເທດທີ່ເປັນເປົ້າໝາຍສຳຄັນ, ປີ 2014, ດ້ານໜຶ່ງພວກເຮົາສືບຕໍ່ຊຸກຍູ້ການພົວພັນກ້າວເຂົ້າສູ່ແທດຈິງ, ມີປະສິດທິຜົນຢ່າງລະອຽດ, ພ້ອມທັງພວກເຮົາຍັງຄົງສືບຕໍ່ເປີດກ້ວາງບັນດາການພົວພັນກັບປະເທດຕ່າງໆ. ນອກຈາກນັ້ນ, ການເຄື່ອນໄຫວການທູດເສດຖະກິດ, ການທູດວັດທະນະທຳ ແລະ ວຽກງານປ້ອງກັນພົນລະເມືອງກໍ່ແມ່ນໜ້າທີ່ເຊິ່ງການເຄື່ອນໄຫວການຕ່າງປະເທດສຸມໃສ່”

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ (ກາງ) ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 46
ດຶງດູດແຫຼ່ງທຶນ,ຊຸກຍູ້ການເຈລະຈາບັນດາສັນຍາການຄ້າເສລີ
ໄປຄຽງຄູ່ກັບການສ້າງລະບອບບັນຍັດ, ພະລັງງານ ແລະ ພື້ນຖານໂຄງລ່າງ, ບັນດາການເຄື່ອນໄຫວການທູດເສດຖະກິດປີ 2014 ສຸມໃສ່ດຶງດູດແຫຼ່ງເງິນລົງທຶນ, ຕອບສະໜອງຄຳຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ດ້ວຍຈຸດໝາຍເຕີບໂຕໂດຍອີງໃສ່ການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ອີກວ່າ:
“ເວລາຜ່ານມາ, ກອງປະຊຸມການທູດຄັ້ງທີ 28 ຫາກໍ່ໄດ້ຮັບການຈັດຕັ້ງຂຶ້ນ, ໜຶ່ງໃນບັນດາເນື້ອໃນຈຸດສຸມເຊິ່ງກອງປະຊຸມໄດ້ວາງອອກໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານອົງການຕາງໜ້າຢູ່ຕ່າງປະເທດນັ້ນແມ່ນ ເຮັດແນວໃດເພື່ອສຸມໃສ່ເຂົ້າໃນບັນດາປະເທດ, ບັນດາຄູ່ຮ່ວມມືສຳຄັນເພື່ອດຶງດູດເງິນລົງທຶນ, ດຶງດູດແຫຼ່ງທຶນໜູນຊ່ວຍພັດທະນາ ODA ເຂົ້າໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ”
ປະຈຸບັນ, ຫວຽດນາມ ພວມເຂົ້າຮ່ວມການເຈລະຈາສັນຍາການຄ້າເສລີ (FTA) 6 ສະບັບ. ສະເພາະໃນປີ 2014, ຕ້ອງປະຕິບັດສຳເລັດການເຈລະຈາສັນຍາຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ແລະ ສັນຍາການຄ້າເສລີກັບສະຫະພາບ ເອີລົບ (EU). ນີ້ແມ່ນກາລະໂອກາດ ພ້ອມທັງກໍ່ແມ່ນສິ່ງທ້າທາຍສຳລັບບັນດາວິສາຫະກິດ ຫວຽດນາມ. ພິເສດໃນສະພາບການທີ່ຍັງເຫຼືອມີພຽງບໍ່ຮອດ 2 ປີອີກ, ອາຊຽນ ຈະກາຍເປັນປະຊາຄົມລວມ ເຊິ່ງບັນຫາວາງອອກແມ່ນຕ້ອງເພີ່ມທະວີຂໍ້ມູນຂ່າວສານ, ເພີ່ມທະວີການໂຄສະນາກ່ຽວກັບປະຊາຄົມ ອາຊຽນ, ບັນດາຜົນປະໂຫຍດເມື່ອປະຊາຊົນ, ວິສາຫະກິດບັນລຸມາເມື່ອໄດ້ເຂົ້າຮ່ວມການເຄື່ອນໄຫວໃນປະຊາຄົມອາຊຽນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ຕື່ມອີກວ່າ:
“ປີ 2014 ແລະ ປີ 2015 ແມ່ນປີບານພັບໃນເລື່ອງພວກເຮົາຕ້ອງປະຕິບັດທຸກໆຄຳໝັ້ນສັນຍາເພື່ອໃຫ້ ອາຊຽນ ກາຍເປັນປະຊາຄົມໃນປີ 2015. ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດປະມານ 84% ແຕ່ບັນຫາພື້ນຖານແມ່ນ: ບັນດາຄຳໝັ້ນສັນຍານັ້ນແມ່ນຫຍັງ? ປະຊາຊົນ ແລະ ວິສາຫະກິດບໍ່ທັນຮູ້ຈັກເທື່ອ. ວິສາຫະກິດບໍ່ທັນເຫັນໄດ້ຜົນປະໂຫຍດຂອງຕະຫຼາດທີ່ມີປະຊາກອນ 500 ລ້ານຄົນ ດ້ວຍສະພາບແວດລ້ອມການຜະລິດລວມນັ້ນແມ່ນບັນດາປັດໄຈເຊິ່ງລັດຖະບານຫຼື ບັນດາກະຊວງ, ຂະແໜງການການຕ່າງປະເທດມີຄວາມຮັບຜິດຊອບຖະແຫຼງຂ່າວ, ໂຄສະນາໃຫ້ປະຊາຊົນ ແລະ ວິສາຫະກິດ”
ປົກປັກຮັກສາອະທິປະໄຕຜືນແຜ່ນດິນ,ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ
ໂດຍເສີມຂະຫຍາຍຜົນງານການຕ່າງປະເທດປີ 2013, ການທູດ ຫວຽດນາມ ສືບຕໍ່ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງອະທິປະໄຕທະເລ, ໝູ່ເກາະຢ່າງມີໄຫວພິບ, ທັງຕໍ່ສູ້ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ທັງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ພາລະກິດພັດທະນາປະເທດຊາດ. ປີ 2014, ຄວາມປາດຖະໜາຂອງບັນດາປະເທດ ອາຊຽນ ແລະ ກໍ່ແມ່ນຄວາມປາດຖະໜາຂອງ ຫວຽດນາມ ແມ່ນລົງນາມໃນປະມວນກົດລະບຽບຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ກັບ ຈີນ ໂດຍໄວ. ປີ 2014 ກໍ່ແມ່ນປີທຳອິດ ຫວຽດນາມ ຮັບຜິດຊອບບັນດາຕຳແໜ່ງສຳຄັນໃນກົນໄກຮ່ວມມືຫຼາຍຝ່າຍຄືກາຍເປັນສະມາຊິກສະພາສິດທິມະນຸດ ສປຊ, ສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA), ສະມາຊິກຄະນະກຳມະການມໍລະດົກໂລກຂອງ UNESCO ແລະ ກະກຽມໃຫ້ເຫດການເປັນເຈົ້າພາບຈັດຕັ້ງຂອງປະຊຸມສະມັດຊາໃຫຍ່ລັດຖະສະພາໂລກ IPU ຄັ້ງທີ 132 ໃນປີ 2015.
ບົດພື້ນຖານຂອງບັນດາຜົນງານດ້ານການຕ່າງປະເທດ, ປີ 2014, ຫວຽດນາມ ສືບຕໍ່ປະຕິບັດແຜນນະໂຍບາຍເຊື່ອມໂຍງຮອບດ້ານ. ບໍ່ພຽງແຕ່ເປີດກ້ວາງການພົວພັນກັບທຸກໆປະເທດເທົ່ານັ້ນ ຫວຽດນາມ ຍັງແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມໂລກ ອີກດ້ວຍ, ບໍ່ພຽງແຕ່ເຂົ້າຮ່ວມວຽກງານກ່ຽວຂ້ອງເຖິງຜົນປະໂຫຍດສະເພາະຂອງຕົນເທົ່ານັ້ນ ຫາກຍັງເຂົ້າຮ່ວມບັນດາບັນຫາອື່ນໆຂອງໂລກອີກດ້ວຍ. ປີ 2014, ແມ່ນປີບານພັບສຳຄັນທີ່ສຸດ, ເຊິ່ງໝາຍໝັ້ນຈະສ້າງບາດລ້ຽວເພື່ອໃຫ້ ຫວຽດນາມ ຫັນໄປສູ່ໄລຍະພັດທະນາໃໝ່.




