logo

ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນອວຍ​ພອນ ວັນ​ຊາດ ລາວ

2021/12/1 | 10:59:07
(VOVWORLD) -ຕອນເຊົ້າວັນທີ 1 ທັນວາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນໂຮ່ຫ໋າຍ, ຮອງເລຂາພັກນະຄອນນຳໜ້າໄດ້ໄປສະຖານກົງສູນໃຫຍ່ ແຫ່ງ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ເພື່ອອວຍພອນວັນຊາດລາວ  (ຄືວັນທີ 2 ທັນວາ 1975 – 2 ທັນວາ 2021).

ພິທີຕ້ອນຮັບ (ພາບ: TTXVN)

ເມື່ອແລກປ່ຽນກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ໂຮ່ຈີມິນ, ທ່ານ ຫງວຽນໂຮ່ຫ໋າຍ ໄດ້ແບ່ງປັນສະພາບການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ຢັ້ງຢືນວ່າ ຍາມໃດນະຄອນກໍ່ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ການພົວພັນກັບບັນດາທ້ອງຖິ່ນຂອງ ລາວ ມີຄວາມເລິກເຊິ່ງ ແລະ ສະໜິດແໜ້ນກ່ວາເກົ່າ, ປະກອບສ່ວນປັບປຸງ ແລະ ພັດທະນາ ການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສ່ວນທ່ານນາງ ພິມພາ ແກ້ວມີໄຊ ກໍ່ຢືນຢັນວ່າ ໃນໄລຍະຈະມາເຖິງ ພິເສດໃນປີ 2022, ເປັນປີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄອບຮອບ 60 ປີ (1962 - 2022), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ - ລາວຄົບຮອບ  45 ປີ (1977 - 2022), ພັກ, ລັດ ແລະ ປະຊາຊົນ ລາວເວົ້າລວມ, ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ເວົ້າສະເພາະ ຈະຍູ້ແຮງການເຄື່ອນໄຫວການພົວພັນຕ່າງປະເທດ, ຮ່ວມມືແລກປ່ຽນກັບຫວຽດນາມ ໃຫ້ຫຼາຍກ່ວາອີກໃນນັ້ນມີນະຄອນໂຮ່ຈີມິນ, ໃນຫຼາຍຂົງເຂດ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານ ລາວ ຫວຽດນາມ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ