logo

ການ​ນຳ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ເຫັນ​ດີ​ເປັນ​ເອ​ກະ​ພາບພົບ​ປະ​ກັນ​ຢູ່​ ຮຸງ​ກາ​ຣີ

2025/10/17 | 08:50:01
(VOVWORLD) -   ນະຄອນຫຼວງ Budapest ຂອງ ຮຸງກາຣີ ຈະແມ່ນສະຖານທີ່ດຳເນີນການພົບປະລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ  ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ພົບກັນເມື່ອເດືອນ 8 (ພາບ: Reuters)

ແຈ້ງການດັ່ງກ່າວທີ່ບັນດາຝ່າຍຍົກອອກມາ ພາຍຫຼັງທີ່ການນຳ 2 ທ່ານໄດ້ດຳເນີນການໂອ້ລົມທາງໂທລະສັບໃນວັນທີ 16 ຕຸລາ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຈຸດເວລາດຳເນີນການພົບປະນີ້.

        ໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ ໄດ້ແລກປ່ຽນ “ຢ່າງມີປະສິດທິຜົນທີ່ສຸດ”, ພ້ອມທັງເຊື່ອໝັ້ນວ່າ ຈະມີ “ຄວາມຄືບໜ້າໃຫຍ່” ຜ່ານການກະທຳນີ້. ທ່ານ Trump ຈະແຈ້ງໃຫ້ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ກ່ຽວກັບເນື້ອໃນຂອງການໂອ້ລົມທາງໂທລະສັບດັ່ງກ່າວ ໃນການພົບປະທີ່ດຳເນີນຢູ່ທຳນຽບຂາວໃນວັນທີ 17 ຕຸລາ (ຕາມເວລາ ວໍຊິງຕັນ).

        ໃນວັນດຽວກັນ, ທ່ານນາງ Karoline Leavitt ເລຂາສື່ມວນຊົນຂອງທຳນຽບຂາວໃຫ້ຮູ້ວ່າ ການນຳສອງທ່ານໄດ້ເຫັນດີຈັດກອງປະຊຸມຂັ້ນສູງກ່ຽວກັບບັນຫາ ຢູແກຼນ ໃນອາທິດໜ້າ, ອາດຈະພາໄປເຖິງການຈັດກອງປະຊຸມສຸດຍອດແບບເຊິ່ງໜ້າຄັ້ງທີ 2.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ສະຫະພັນ ລັດເຊຍ.


TAG
VOV/VOVworld/ປະທານາທິບໍດີ ຢູແກຼນ/ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ