logo

ການນຳລາວຕີລາຄາສູງການຊ່ວຍເຫຼືອຂອງອົງການກວດສອບ ຫວຽດນາມ

2017/4/6 | 09:49:07
(vovworld) – ວັນ​ທີ 05/04, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໂດຍ​ທ່ານ ​ໂຮ່​ດຶກ​ເຟີ໋ກ, ຫົວ​ໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ

ທ່ານ​ນາຍົກລັດຖະມົນຕີ​ ລາວ ທອງ​ລຸນ ສີ​ສຸ​ລິດ
ຕ້ອນຮັບ ທ່ານ ​ໂຮ່​ດຶກ​ເຟີ໋ກ
(ພາບ: TTXVN)

(vovworld) – ວັນ​ທີ 05/04, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໂດຍ​ທ່ານ ​ໂຮ່​ດຶກ​ເຟີ໋ກ, ຫົວ​ໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ເປັນ​ຫົວໜ້າ​ຄະນະ ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ​ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາ​ດ ລາວ ປານີ ຢາ​ທໍ່​ຕູ້. ທີ່​ການ​ພົບ​ປະ, ​ທ່ານ ​ໂຮ​ດຶກ​ເຟີ໋ກ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ສ​້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ອົງການ​ກວດ​ສອບ 2 ຝ່າຍ​ຮັດ​ແໜ້ນ​ການ​ພົວພັນ, ສົມ​ກັບ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ ​ໂຮ່​ດຶກ​ເຟີ໋ກ ຢືນຢັນ​ວ່າ ອົງການ​ກວດ​ສອບ​ແຫ່ງລັດ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ອົງການ​ກວດ​ສອບ​ແຫ່ງ​ລັດ ລາວ​ໃນ​ການບູລະນະ​ລະບອບ​ລະບຽບ​ການ, ການຈັດ​ຕັ້ງ​ກົງຈັກ​, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ກວດ​ສອບ​ຂອງ ລາວ; ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ 2 ປະ​ເທດ ຫວຽດນາມ - ລາວ ອ້າຍ​ນ້ອງ.

ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້
ຕ້ອນຮັບ ທ່ານ ​ໂຮ່​ດຶກ​ເຟີ໋ກ
(ພາບ: TTXVN)

        ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດ​ສອບ ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ອົງການ​ກວດ​ສ​ອບ ລາວ ກ່ວາ​ອີກ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ອົງການ​ກວດ​ສອບ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ ລາວ - ຫວຽດນາມ ອ້າຍ​ນ້ອງ​ເວົ້າ​ລວມ.

 

TAG
vov/vovworld/ມິດຕະພາບ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ