logo

ການນຳລາວອວຍພອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ

2019/1/31 | 11:42:45
(VOVWORLD) -ວັນທີ 30 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນ ຢູ່ສະຖານທູດ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ (03 ກຸມພາ 1930 – 03 ກຸມພາ 2019)
 ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 89 ປີ ຢູ່ສະຖານທູດ ຫວຽດນາມ ປະຈຳລາວ (ພາບ:.nhandan.com.vn)

ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ທ່ານນາງ ສູນທອນ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນລາວ ສຸດທີ່ພູມໃຈ ຕໍ່ບັນດາໄຊຊະນະ ແລະ ຜົນງານຂອງ ຫວຽດນາມ ພ້ອມທັງ ຖືວ່ານັ້ນເປັນແຫຼ່ງກຳລັງຊ່ວຍໃຫ້ລາວພັດທະນາ. ທ່ານນາງສູນທອນ ໄຊຍະຈັກ ກໍ່ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ , ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານອັນຍິ່ງໃຫຍກວ່າເກົ່າ ໃນພາລະກິດ ສ້າງສາ ແລະ ພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່, ສືບຕໍ່ນຳຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳທັນສະໄໝ ແລະ ສຳເລັດເປົ້າໝາຍເຮັດໃຫ້ປະຊາຊົນມີຄວາມຜາສຸກ, ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂອບໃຈຄຳອວຍພອນທີ່ດີງາມ ຂອງການນຳ ແລະ ປະຊາຊົນລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງສອງຊາດ ຫວຽດນາມ - ລາວ ໃນປີ 2019 ຈະສືບຕໍ່ໄດ້ຮັບການປັບປຸງຢ່າງເລິກເຊິ່ງກວ່າເກົ່າ.  

TAG
VOV/VOVworld/ສ້າງຕັ້ງພັກກອມມູນິດຫວຽດນາມ/ສູນ​ທອນ ໄຊ​ຍະ​ຈັກ/ອວຍພອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ