logo

ການນຳສສ.ຫວຽດນາມ ອວຍພອນການນຳສປປ.ລາວ

2021/3/22 | 11:05:24
(VOVWORLD) -ບັນດາການນຳຂັ້ນສູງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ຄະນະການນຳໃໝ່ຂອງລາວ ຈະຊີ້ນຳຢ່າງມີປະສິດທິຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະ 2021 – 2025 ຢ່າງມີໄຊ
ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ
(ພາບ: KPL)

ໂດຍຮັບຂ່າວວ່າ, ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດສປປ.ລາວ ຊຸດທີ IX ໄດ້ເລືອກຕັ້ງທ່ານ ທອງລຸນ ສີສຸລິດ, ເປັນປະທານປະເທດ; ທ່ານ ພັນຄຳ ວິພາວັນ, ເປັນນາຍົກລັດຖະມົນຕີ; ທ່ານ ໄຊສົມພອນ ພົມວິຫານ, ເປັນປະທານສະພາແຫ່ງຊາດ; ທ່ານ ບຸນທອງ ຈິດມະນີ, ເປັນຮອງປະທານປະເທດ ແລະ ທ່ານນາງ ປານີ ຢາທໍ່ຕູ້, ເປັນຮອງປະທານປະເທດ. ວັນທີ 22 ມີນາ 2021, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສົ່ງໂທລະເລກຊົມເຊີຍເຖິງບັນດາການນຳຂັ້ນສູງຢູ່ຂັ້ນທຽບເທົ່າຂອງລາວ.

        ໃນບັນດາໂທລະເລກຊົມເຊີຍ, ບັນດາການນຳຂັ້ນສູງຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ຄະນະການນຳໃໝ່ຂອງລາວ ຈະຊີ້ນຳຢ່າງມີປະສິດທິຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ໄລຍະ 2021 – 2025 ຢ່າງມີໄຊ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນສຳເລັດຜົນ, ມີທີ່ຕັ້ງ ແລະ ບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ບົນເວທີສາກົນ. ການນຳຂັ້ນສູງຫວຽດນາມ ກໍ່ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາການນຳລາວ ເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ເພື່ອຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງປະຊາຊົນ 2 ປະເທດ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທີ່ສະພາແຫ່ງຊາດລາວ ຊຸດທີ IX ສືບຕໍ່ເລືອກຕັ້ງທ່ານເປັນລັດຖະມົນຕີກະຊວງການຕ່າງປະເທດລາວ.

TAG
VOV/VOVworld/ທອງ​ລຸນ ສີ​ສຸ​ລິດ/ພັນ​ຄຳ ວິ​ພາ​ວັນ/ໄຊ​ສົມ​ພອນ ພົມ​ວິ​ຫານ/ບຸນ​ທອງ ຈິດ​ມະ​ນີ/ປາ​ນີ ຢ​າ​ທໍ່​ຕູ້

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ