logo

ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ

2025/12/11 | 10:22:00
(VOVWORLD) - ຕ້ອງສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້, ເດັດດຽວ, ຢຶດໝັ້ນ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ.
(ທ່ານເລຂາທິການໃຫຍ່ ໂຕເລິມກ່າວຄຳເຫັນທີ່ກອງປະຊຸມ)

        “ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ”. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູກກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມທົ່ວປະເທດສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຈັດຂຶ້ນໃນຕອນເຊົ້າວັນທີ 11 ທັນວາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ.

        ທີ່ກອງປະຊຸມ, ພາຍຫຼັງຮັບເອົາຄຳເຫັນປະກອບທີ່ສຸດຈິດສຸດໃຈຈາກບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ຕ້ອງສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້, ເດັດດຽວ, ຢຶດໝັ້ນ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:

        “ຄຳຮຽກຮ້ອງທີ 1ແມ່ນ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ, ປະກອບສ່ວນກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ສັດຊື່ບໍລິສຸດຢ່າງແທດຈິງ, ຮັບໃຊ້ປະຊາຊົນ ແລະ ຊຸກຍູ້ການພັດທະນາປະເທດຊາດ”.

        ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຖືວ່າ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຫັນໄປສູ່ການສະກັດກັ້ນ, ຖືການສະກັດກັ້ນເປັນຕົ້ນ, ເປັນຈຸດສຸມຢ່າງແຮງ.

TAG
VOV/VOVworld/​ສໍ້​ຫຼາດ​ບັງ​ຫຼວງ/ຟູມ​ເຟື້ອຍ/ຫຍໍ້​ທໍ້/ປະ​ສິດ​ທິ​ພາບ/ປະ​ສິດ​ທິ​ຜົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ