logo

ການປະຊຸມຂ່າວກ່ຽວກັບ ໝາກຜົນກອງປະຊຸມ FAO 31

2012/3/15 | 13:49:52
ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ຢັນ​ຢັນ​ທັດສະນະ​ຂອງ​ລັດຖະບານ​ຫວຽດນາມ ​ແມ່ນ​ພ້ອມ​ແລ້ວ​ແບ່ງປັນ​ບົດຮຽນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ພັດທະນາ​ກະສິກຳ, ຊົນນະບົດ


ກອງປະຊຸມ FAO
ພາບປະກອບ:dangcongsan.vn


(vovworld) - ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ​ໄດ້ດຳ​ເນີນ​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ຂອງ​ກອງ​ປະຊຸມຂອງ​ອົງການ​ອະ​ຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ​     (FAO ) ຄັ້ງ​ທີ 31 ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ແຕ່​ວັນ​ທີ 12 - 16/3.​ ທີ​່ການ​ປະຊຸມ​ຂ່າວ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ຢັນ​ຢັນ​ທັດສະນະ​ຂອງ​ລັດຖະບານ​ຫວຽດນາມ ​ແມ່ນ​ພ້ອມ​ແລ້ວ​ແບ່ງປັນ​ບົດຮຽນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ພັດທະນາ​ກະສິກຳ, ຊົນນະບົດ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ບໍ່​ຈຳກັດ ​​ໂກ​ຕາ​ສົ່ງ​ອອກ​ເຂົ້າສານ. ສ່ວນ​ທ່ານ Jose Graziano da Silva ​ຜູ້ອຳນວຍການ​ໃຫຍ່ FAO ​ໃຫ້​ຮູ້​ວ່າ: FAO ພວມ​ຊຸກຍູ້​ວິທີ​ສຳ​ພັດ​ໃຫມ່​ໃນ​ການ​ຜະລິດ​ກະສິກຳ​ທີ່​ມີ​ຊ່ືວ່າ: ປົກ​ປັກ​ຮັກສາ ​ແລະ ​ເຕີບ​ໂຕ. FAO ກໍ​ພວມ​ສະຫນອງ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດຈຳກັດ​ການ​ນຳ​​ໃຊ້​​ທາດເຄມີ, ຝຸ່ນ​ເຄມີ ​ແລະ ຢາ​ປາບ​ສັດຕູ​ພືດ​ໃນ​ການ​ຜະລິດ​ກະສິກຳ.

TAG
ກອງປະຊຸມ FAO

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ