logo

ການ​ປະ​ທະ​ກັນ​ເຂດ​ກາ​ຊາ: ​ປະ​ຊາ​ຊົນ 700.000 ຄົນ​ຕ້ອງ​ອົບ​ພະ​ຍົບ​ອອກ​ຈາກ​ນະ​ຄອນ ກາ​ຊາ

2025/9/25 | 16:47:37
(VOVWORLD) - ຈຳນວນຊາວປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ພວມເພີ່ມຂຶ້ນສູງໃນຊຸມວັນຜ່ານມາ ແລະ ປັດຈຸບັນຂຶ້ນເຖິງປະມານ 700.000 ຄົນ, ທຽບເທົ່າກັບ 70%ປະຊາກອນຂອງນະຄອນ ກາຊາ. 
ພາບປະກອບ: REUTERS/Mahmoud Issa

ວັນທີ 24 ກັນຍາ, ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ຈຳນວນຊາວປາແລັດສະຕິນ ຕ້ອງອົບພະຍົບອອກຈາກນະຄອນ ກາຊາ ພວມເພີ່ມຂຶ້ນສູງໃນຊຸມວັນຜ່ານມາ ແລະ ປັດຈຸບັນຂຶ້ນເຖິງປະມານ 700.000 ຄົນ, ທຽບເທົ່າກັບ 70%ປະຊາກອນຂອງນະຄອນ ກາຊາ. IDF ຢັ້ງຢືນວ່າ ຍັງຄົງພວມສ້າງແລວປອດໄພໃຫ້ແກ່ຊາວປາແລັດສະຕິນ ອອກຈາກນະຄອນຫຼວງໃຫຍ່ທີ່ສຸດຢູ່ ເຂດກາຊາ ແລະ ເດີນທາງໄປຍັງເຂດມະນຸດສະທຳ ທີ່ໄດ້ກຳນົດຢູ່ ທາງທິດໃຕ້ຂອງເຂດດິນແດນແຫ່ງນີ້. ເຖິງຢ່າງໃດກໍຕາມ, ບາງແຫຼ່ງຂ່າວຂອງພາກພື້ນ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງ ຮາມາດສ ໂດຍໃຫ້ຮູ້ວ່າ ສ່ວນຫຼາຍປະຊາຊົນນະຄອນກາຊາ ຍັງຕັັ້ງຫຼັກປັກຖານ ແລະ ປະຕິເສດ ການອົບພະຍົບອອກຈາກນະຄອນ ຕາມຄຳສັ່ງຂອງກອງທັບ ອິດສະລາແອັນ. ບັນດາແຫຼ່ງຂ່າວພ້ອມກັນກ່າວເຕືອນວ່າ ການບຸກໂຈມຕີຂອງ ອິດສະລາແອັນ ເລັ່ງໃສ່ນະຄອນ ກາຊາ ຈະກໍ່ຜົນຕາມມາດ້ານມະນຸດສະທຳຢ່າງຮ້າຍແຮງ ໂດຍເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບພັນຄົນ.

TAG
VOV/VOVworld/ກາ​ຊາ/ອິດ​ສະ​ລາ​ແອັນ/ປາ​ແລັດ​ສະ​ຕິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ