logo

ກາ​ນພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2025 ສືບ​ຕໍ່​ປ່ຽນ​ແປງ​ໃໝ່

2025/1/8 | 10:26:49

(VOVWORLD) - ປີ 2025, ວຽກງານການພົວພັນຕ່າງປະເທດປະຊາຊົນສືບຕໍ່ເສີມຂະຫຍາຍບົດບາດໜູນຊ່ວຍການພົວພັນຕ່າງປະເທດພັກ ແລະ ການພົວພັນຕ່າງປະເທດລັດ, ຍູ້ແຮງການຮ່ວມມືກັບບັນດາອົງການຈັດຕັ້ງປະຊາຊົນໂລກຕາມທິດປ່ຽນແປງໃໝ່, ຮ່ວມມືຢ່າງມີຈຸດສຸມ. ຜ່ານນັ້ນປົກປ້ອງຜົນປະໂຫຍດຂອງປະເທດຊາດ, ປະກອບສ່ວນເຂົ້າໃນຂະບວນການປະຊາຊົນທົ່ວໂລກເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ. ພ້ອມທັງ, ໝູນໃຊ້ບັນດາແຫຼ່ງກຳລັງພາຍນອກເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາເສດຖະກິດຂອງປະເທດຊາດ.



ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຊາຊົນປີ 2024, ຜັນຂະຫຍາຍໜ້າທີ່ປີ 2025 (ພາບ: TTXVN)

ສະພາບການໂລກ, ພາກພື້ນພວມມີການປ່ຽນແປງໂດຍໄວ, ຈຸດສຸມຂອງການພົວພັນຕ່າງປະເທດປະຊາຊົນໃນປີ 2025 ໄດ້ກຳນົດແມ່ນສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ຍົກສູງຖານະບົດບາດຂອງປະເທດຊາດບົນເວທີສາກົນ. ພ້ອມກັນນັ້ນ, ຊຸກຍູ້ຄວາມສາມັກຄີຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປເຖິງບ້ານເກີດເມືອງນອນ, ຍາດແຍ່ງການປະກອບສ່ວນຂອງປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃນບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມໃນໄລຍະໃໝ່.

ເສີມຂະຫຍາຍລັກສະນະປະດິດຄິດສ້າງ ແລະ ປະສິດທິຜົນໃນວຽກງານການພົວພັນຕ່າງປະເທດປະຊາຊົນ

ສະພາບການໂລກ, ພາກພື້ນພວມມີການປ່ຽນແປງໂດຍໄວເຮັດໃຫ້ຫຼາຍປະເທດຕ້ອງປັບປຸງນະໂຍບາຍທາງການພົວພັນຕ່າງປະເທດ, ກໍ່ຜົນສະທ້ອນເຖິງບັນດາຂະບວນການສັງຄົມ, ບັນດາອົງການຈັດຕັ້ງປະຊາຊົນ. ໄປຄຽງຄູ່ກັນນັ້ນ, ການປະຕິວັດເຕັກໂນໂລຢີ 4.0 ກໍ່ມີຜົນກະທົບບໍ່ໜ້ອຍຕໍ່ການສະສົມແຫຼ່ງກຳລັງຂອງບັນດາຂະບວນການ ແລະ ອົງການຈັດຕັ້ງປະຊາຊົນໂລກ. ໃນຂະນະນັ້ນ, ເຄືອຂ່າຍຄູ່ຮ່ວມມື, ເພື່ອນມິດຂອງ ຫວຽດນາມ ກໍ່ມີການປ່ຽນແປງຫຼາຍຢ່າງ. ດັ່ງນັ້ນ, ການປ່ຽນແປງໃໝ່ແມ່ນຄວາມຮຽກຮ້ອງຕ້ອງການໂດຍ ວຽກງານການພົວພັນຕ່າງປະເທດປະຊາຊົນວາງອອກໃນໄລຍະຈະມາເຖິງ.

ຢູ່ກອງປະຊຸມສະຫຼຸບ ວຽກງານການພົວພັນຕ່າງປະເທດປະຊາຊົນປີ 2024, ທິດທາງເຄື່ອນໄຫວໃນປີ 2025 ທີ່ໄດ້ດຳເນີນໃນວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເນັ້ນໜັກວ່າ ບັນດາອົງການການພົວພັນຕ່າງປະເທດປະຊາຊົນຕ້ອງເສີມຂະຫຍາຍທິດທາງ “ເປັນເຈົ້າການ, ມີໄຫວພິບ, ຫົວຄິດປະດິດສ້າງ, ມີປະສິດທິຜົນ”, ກຳນົດຈຸດສຸມໃນວຽກງານການພົວພັນຕ່າງປະເທດເໝາະສົມກັບແຕ່ລະຄູ່ຮ່ວມມື, ຂົງເຂດ. ພ້ອມກັນນັ້ນ, ຕ້ອງປ່ຽນແປງໃໝ່ບັນດາເນື້ອໃນ, ວິທີການປະຕິບັດແຕ່ລະການເຄື່ອນໄຫວພົວພັນຕ່າງປະເທດໃຫ້ຫຼາຍກ່ວາ ແລະ ເລິກເຊິ່ງກ່ວາອີກ.

ບົດບາດຂອງການພົວພັນຕ່າງປະເທດປະຊາຊົນຄວນສືບຕໍ່ໄດ້ຮັບຮູ້ຢ່າງຄົບຖ້ວນ. ການພົວພັນຕ່າງປະເທດປະຊາຊົນສວມບົບບາດຫຼັກແຫຼ່ງສ້າງພື້ນຖານສັງຄົມໃນການພົວພັນຂອງຫວຽດນາມ ກັບບັນດາປະເທດ. ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ສ້າງການຫັນປ່ຽນກ່ຽວກັບຄວາມຮັບຮູ້, ສ້າງຍຸດທະສາດແຜນການພັດທະນາການພົວພັນຄູ່ຮ່ວມມືປະຊາຊົນ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ປະຕິບັດວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ.

ສື່ມວນຊົນໃຫ້ຕ່າງປະເທດແມ່ນຊ່ອງພົວພັນຕ່າງປະເທດປະຊາຊົນທີ່ມີປະສິດທິຜົນ, ບົດບາດນີ້ຂອງສື່ມວນຊົນສືບຕໍ່ໄດ້ເສີມຂະຫຍາຍ, ເພື່ອແນໃສ່ເພີ່ມທະວີການໂຄສະນາບັນດາລັກສະນະຂອງ ຫວຽດນາມ ກ່ຽວກັບສັນຕິພາບ, ການພັດທະນາ. ຢູ່ພິທີມອບລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຄັ້ງທີ X (ທັນວາ 2024), ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຊີ້ແຈ້ງວ່າ:

ຜ່ານບັນດາຜົນງານສື່ມວນຊົນ, ໂລກບໍ່ພຽງແຕ່ເຫັນໄດ້ບັນດາຜົນສຳເລັດຂອງ ຫວຽດນາມ ໃນການພັດທະນາເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ເທົ່ານັ້ນ ຫາກຍັງເຫັນໄດ້ເຖິງຄວາມຄາດຫວັງບຸກບືນຂອງ ທັງຊາດຫວຽດນາມ ອີກດ້ວຍ. ທຸກສິ່ງທຸກຢ່າງພວມສ້າງສະພາບການທີ່ຮອບດ້ານ, ຫຼາຍແງ່ມູນ, ເຕັມໄປດ້ວຍສີສັນ, ຟົດຟື້ນກ່ຽວກັບປະເທດຊາດຫວຽດນາມ, ນັ້ນແມ່ນ ຫວຽດນາມທີ່ກະຈ່າງແຈ້ງ.

ປີ 2025 - ຈຸດເວລາເພື່ອໃຫ້ການພົວພັນຕ່າງປະເທດປະຊາຊົນປະກອບສ່ວນພ້ອມກັບປະເທດຊາດບຸກບື່ນຂຶ້ນ

ປີ 2025 ແມ່ນປີ ຫວຽດນາມຈັດຕັ້ງຫຼາຍເຫດການໃຫຍ່ຄື: ການສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກ, 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ… ບັນດາການເຄື່ອນໄຫວພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງ ຫວຽດນາມ ກັບບັນດາປະເທດ, ການຢ້ຽມຢາມຂອງການນຳຂັ້ນສູງ ຫວຽດນາມ ຢູ່ບັນດາປະເທດ, ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືຫຼາຍຝ່າຍ, ເວທີປາໄສທົ່ວໂລກ… ທ່ານຮອງສາດສະດາຈານ, ປ.ອ ຫວູຕວັນຮຶງ, ຮອງຫົວໜ້າສະຖາບັນຮັບຜິດຊອບສະຖາບັນວິທະຍາສາດສັງຄົມເຂດພາກໃຕ້, ສະມາຊິກສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ ຖືວ່າ:

ການເສີມຂະຫຍາຍບົດບາດຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມສຳຄັນທີ່ສຸດ, ພິເສດໃນສະພາບການຫັນເປັນດີຈີຕອນ, ຫັນເປັນໂລກາພິວັດ. ເພາະສະນັ້ນ, ພວກເຮົາຕ້ອງມີມາດຕະການໃໝ່. ຕາມຂ້າພະເຈົ້າແລ້ວ, ນັ້ນແມ່ນມາດຕະການທີ່ກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບກົນໄກ, ລະບອບລະບຽບການ, ຊຸກຍູ້ການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການພົວພັນຕ່າງປະເທດປະຊາຊົນດ້ວຍບັນດາວິທີການເຮັດ, ເໝາະສົມກັບສະພາບແວດລ້ອມແຫ່ງການປ່ຽນແປງໃໝ່.

ທີ່ຈິງແລ້ວ, ໃນຕະຫຼອດໄລຍະປະຫວັດສາດ, ການພົວພັນຕ່າງປະເທດປະຊາຊົນໄດ້ປະກອບສ່ວນໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ພັດທະນາປະເທດຊາດ, ສ້າງເຄືອຂ່າຍເພື່ອນມິດ, ຄູ່ຮ່ວມມືທີ່ໄດ້ຮັບຄວາມຮັກແພງ, ສະໜັບສະໜູນຫວຽດນາມ. ໃນໄລຍະໃໝ່, ການພົວພັນຕ່າງປະເທດປະຊາຊົນສືບຕໍ່ເສີມຂະຫຍາຍ ກຳລັງທີ່ອ່ອນໂຍນ ຂອງຊາດ, ເພື່ອແຜ່ກະຈາຍພາບພົດຂອງປະເທດທີ່ພວມບືນຕົວຂຶ້ນຢ່າງແຮງ.

TAG
VOV/VOVworld/ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ