logo

ການ​ພົວ​ພັນ​ຕ່າງ​ປະ​ເທດ ຫວຽດ​ນາມ ປີ 2025 ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັງ​ກາດ​ບຸກ​ບືນ​ຂອງ​ຊາດ

2025/1/30 | 17:00:00
(VOVWORLD) - ດຍເສີມຂະຫຍາຍບັນດາຜົນງານດ້ານການພົວພັນຕ່າງປະເທດທີ່ໜ້າປະທັບໃຈຂອງປີ 2024, ຂະແໜງການທູດ ຫວຽດນາມ ປີ 2025 ສືບຕໍ່ກຳນົດບົດບາດນຳໜ້າ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ພ້ອມທັງນຳປະເທດຊາດເຂົ້າໃນທີ່ຕັ້ງດີທີ່ສຸດໃນບັນດາທ່າອ່ຽງ, ຂະບວນການພັດທະນາຕົ້ນຕໍຂອງໂລກ, ຜ່ານນັ້ນ, ກໍ່ເປີດກ້ວາງການພັດທະນາ ແລະ ສ້າງບັນດາໂອກາດໃໝ່ໃຫ້ແກ່ບັນດາບຸກທະລຸຍຸດທະສາດຂອງປະເທດຊາດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກ່າວຄຳເຫັນໃນໂອກາດພົບປະລະຫວ່າງກະຊວງການຕ່າງປະເທດ ແລະ ສື່ມວນຊົນໃນໂອກາດລຸນປີໃໝ່ປີມະເສັງ 2025 (ພາບ: ttdn.vn)

   ປີ 2025, ຫວຽດນາມ ກຳນົດແມ່ນປີ “ເພີ່ມລະດັບຄວາມໄວ, ບືນຕົວ”. ຍ້ອນເຫດນັ້ນ, ໄປຄຽງຄູ່ກັບການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມືກັບທຸກໆປະເທດ, ທຸກຄູ່ຮ່ວມມື, ສ້າງທີ່ຕັ້ງ, ຂະແໜງການທູດ ຫວຽດນາມ ກໍ່ວາງອອກໜ້າທີ່ຈຸດສຸມ ແມ່ນຮັບໃຊ້ໃຫ້ແກ່ເປົ້າໝາຍເຕີບໂຕຢ່າງສຸດຂີດ.

ການທູດເສດຖະກິດແມ່ນກຳລັງໜູນໃໝ່

 ຈຸດສຸມຂອງການທູດເສດຖະກິດປີ 2025 ແມ່ນການຮັບຮູ້ ແລະ ຍາດແຍ່ງໂອກາດ ຈາກບັນດາທ່າອ່ຽງໃໝ່ທີ່ພວມກຳນົດເສດຖະກິດໂລກຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ສ້າງການຮ່ວມມືທີ່ເລິກເຊິ່ງກວ້າງຂວາງກັບບັນດາສູນນະວັດຕະກຳຂອງໂລກ…ນີ້ແມ່ນບັນດາກຳລັງໜູນເຕີບໂຕໃໝ່ ຊື່ງຫວຽດນາມ ໄດ້ກຳນົດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຊີ້ແຈ້ງວ່າ:

   ໂລກພວມຢືນຢູ່ຕໍ່ໜ້າຫຼາຍການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້ ແຕ່ກໍ່ເປີດຫຼາຍໂອກາດໃຫ້ແກ່ບັນດາປະເທດ ນຳໃຊ້ບັນດາກຳລັງໜູນການເຕີບໂຕໃໝ່ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ວິທະຍາສາດເຕັກໂນໂລຊີ…ເພື່ອບືນຕົວຂຶ້ນ. ຢູ່ພາຍໃນປະເທດ, ດ້ວຍທ່າແຮງ ແລະ ກຳລັງແຮງໃໝ່ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ແລະ ຕໍ່ໜ້າບັນຄຳຮຽກຮ້ອງອັນຮີບດ່ວນຂອງຍຸກສະໄໝ, ອາດເວົ້າໄດ້ວ່າ ນີ້ແມ່ນຈຸດເວລາ “ເຕົ້າໂຮມ” ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

 (ພາບ: ttdn.vn)

ສ້າງທີ່ຕັ້ງຂອງ ຫວຽດນາມ ໃນການພັດທະນາຂອງຍຸກສະໄໝ

  ສືບຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນບັນດາບັນຫາລວມຂອງໂລກ, ວຽກງານການພົວພັນຕ່າງປະເທດຫຼາຍຝ່າຍປີ 2025 ສຸມໃສ່ກະກຽມ, ຈັດຕັ້ງບັນດາເຫດການ ໂດຍ ຫວຽດນາມ ເປັນເຈົ້າພາບໃຫ້ເປັນຢ່າງດີ, ສືບຕໍ່ຮັບຜິດຊອບບັນດາໜ້າທີ່ໃນບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍຄື: ອາຊຽນ, ອາເປັກ, ບັນດາກົນໄກຂອງ ສປຊ… ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບກວ່າ ເຂົ້າໃນບັນດາບັນຫາລວມ, ພິເສດແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫລຸດຜ່ອນອາຍເສຍ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ, ເຂົ້າຮ່ວມເລິກກວ່າໃນບັນດາການເຄື່ອນໄຫວສັນຕິພາບ, ກູ້ໄພກູ້ຊີບ, ໜູນຊ່ວຍມະນຸດສະທຳ…

  ໃນໂລກທີ່ເອື່ອຍອີງຊື່ງກັນ ແລະ ກັນຄືໃນປະຈຸບັນ, ຄວາມມີສະຖຽນລະພາບ ແລະ ການພັດທະນາຂອງບັນດາປະເທດ ລ້ວນແຕ່ບໍ່ສາມາດຕັດແຍກອອກຈາກສະພາບແວດລ້ອມພາກພື້ນ ແລະ ໂລກພາຍນອກໄດ້. ຫວຽດນາມ ພວມຢືນຢູ່ຈຸດເວລາເລີ່ມຕົ້ນໄລຍະປະຫວັດສາດໃໝ່, ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງການບຸກບືນ. ໃນວິວັດການນັ້ນ, ການພົວພັນຕ່າງປະເທດ ສວມບົດບາດສຳຄັນ, ສ້າງທີ່ຕັ້ງຂອງ ຫວຽດນາມ ທີ່ມີຄວາມສະດວກ ໃນການພັດທະນາຂອງຍຸກສະໄໝ ແລະ ສົມທົບກຳລັງແຮງແຫ່ງຊາດ ກັບກຳລັງແຮງຂອງຍຸກສະໄໝ ເພື່ອຮັບໃຊ້ໃຫ້ແກ່ການບືນຕົວຂຶ້ນຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເວົ້າຕໍ່ວ່າ:

  ປັດໄຈຮັບປະກັນໃຫ້ແກ່ການບືນຕົວຂຶ້ນຂອງຊາດ ແມ່ນສະພາບແວດລ້ອມຍຸດທະສາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືຢ່າງສະດວກໃຫ້ແກ່ການພັດທະນາ. ດັ່ງນັ້ນ, ໜ້າທີ່ຂອງຂະແໜງການທູດແມ່ນເຮັດແນວໃດເພື່ອປັບປຸງ, ຮັກສາສະພາບການນີ້ໃຫ້ໝັ້ນຄົງ ຕໍ່ໜ້າບັນດາການຜັນແປ, ສ້າງເງື່ອນໄຂເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຂະແໜງການທູດສາມາດສວມບົດບາດສ້າງ, ເປັນກຳລັງໜູນ, ເປີດບັນດາໂອກາດໃໝ່ໃຫ້ແກ່ປະເທດຊາດບຸກບືນ, ເຊື່ອມຕໍ່ກຳລັງພາຍໃນ ແລະ ພາຍນອກ, ໃນນັ້ນ, ກຳລັງພາຍໃນແມ່ນພື້ນຖານ, ຍາວນານ, ກຳລັງພາຍນອກແມ່ນສຳຄັນ, ບຸກທະລຸ.

  ດ້ວຍທ່າໄດ້ປຽບ “ກຳລັງແຮງດຶງດູດ” ຂະແໜງການທູດຂອງ ຫວຽດນາມ ໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ຢັ້ງຢືນ ແລະ ແຜ່ຂະຫຍາຍພາບພົດປະເທດ ຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ພົວພັນກັນຢ່າງສັນຕິພາບ ແລະ ສະໜິດສະໜົມ, ການຮ່ວມມື, ມິດຕະພາບ, ພັດທະນາ. ພ້ອມກັນນັ້ນ, ກໍ່ຮັກສາສະພາບການພົວພັນຕ່າງປະເທດໃຫ້ສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ນຳໜ້າ, ບຸກທະລຸໃນການດຶງດູບັນດາແຫຼ່ງກຳລັງຮັບໃຊ້ເປົ້າໝາຍການເຕີບໂຕ./.

         

TAG
VOV/VOVworld/ການ​ພົວ​ພັນ​ຕ່າງ​ປະ​ເທດ ຫວຽດ​ນາມ ປີ 2025/ການ​ພົວ​ພັນ​ຕ່າງ​ປະ​ເທດ ຫວຽດ​ນາມ ປີ 2025/ສັງ​ກາດ​ບຸກ​ບືນ​ຂອງ​/ທ່ານຮອງນາຍົກລັດຖະມົນຕີ/ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຊາດ/“ກຳລັງແຮງດຶງດູດ”

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ