logo

ແຂວງ ຢາລາຍ ສົມທົບການຮ່ວມມືກັບບັນດາແຂວງຂຶ້ນກັບ ກຳປູເຈຍ

2026/3/30 | 12:23:54
(VOVWORLD) - ກອງປະຊຸມລົງນາມການຮ່ວມມືຄັ້ງນີ້ ແມ່ນຂີດໝາຍເປີດໄລຍະການພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງແຂວງ ຢາລາຍ ກັບ 3 ແຂວງ ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ.
ທີ່ກອງປະຊຸມ
(ພາບ: TTXVN)

ຕອນບ່າຍວັນທີ 29 ມີນາ, ຢູ່ແຂວງ ຢາລາຍ, ທາງແຂວງ ໄດ້ຈັດກອງປະຊຸມລົງນາມການຮ່ວມມືລະຫວ່າງແຂວງ ຢາລາຍ (ຫວຽດນາມ) ແລະ 3 ແຂວງທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ, ລວມມີ: Preah Vihear, ແຂວງ Ratanakiri, ແຂວງ Stung Treng ໄລຍະ 2026 – 2030. ເຫດການນີ້ແມ່ນປະຖົມປັດໃຈສຳຄັນ, ສ້າງພື້ນຖານເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງ 2 ຝ່າຍສືບຕໍ່ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ.

ທີ່ກອງປະຊຸມ, ທ່ານ ທາຍດ້າຍງອັກ, ເລຂາຄະນະພັກແຂວງ ຢາລາຍ  ເນັ້ນໜັກວ່າ ກອງປະຊຸມລົງນາມການຮ່ວມມືຄັ້ງນີ້ ແມ່ນຂີດໝາຍເປີດໄລຍະການພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງແຂວງ ຢາລາຍ ກັບ 3 ແຂວງ ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ. ທ່ານສະເໜີວ່າ ພາຍຫຼັງກອງປະຊຸມ, ບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ຂອງບັນດາຝ່າຍ ຮີບເຮັງຫັນບັນດາເນື້ອໃນທີ່ໄດ້ລົງນາມໃຫ້ກາຍເປັນໂຄງການ, ແຜນການສົມທົບປະຈຳປີ; ສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດກະສິກຳ, ສາທາລະສະສຸກ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

TAG
VOV/VOVworld/​ເນື້ອ​ໃນ/​ລົງ​ນາມ​/​ໂຄງ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ