logo

ລາຍການປະສານສຽງດົນຕີ “ດົນຕີຍາມລະດູການປ່ຽນແປງ”

2026/3/30 | 12:22:23
(VOVWORLD) - ໃນຕະຫຼອດ 90 ນາທີສະແດງ, ລາຍການໄດ້ສ້າງຂຶ້ນດ້ວຍການປະສານສົມທົບລະຫວ່າງນັກດົນຕີ 36 ຄົນ ແລະ ບັນດານັກສິລະປິນທີ່ມາຈາກ 3 ເຂດພາກຂອງ ຫວຽດນາມ.
(ລາຍການປະສານສຽງດົນຕີ)

ຕອນຄ່ຳວັນທີ 29 ມີນາ, ຢູ່ສວນສາທາລະນະ APEC, ສູນວັດທະນະທຳ - ຮູບເງົານະຄອນ ດ່ານັ້ງ ໄດ້ຈັດລາຍການປະສານສຽງດົນຕີພິເສດ “Danang Concert 2026” ດ້ວຍຫົວຂໍ້ “ດົນຕີຍາມລະດູການປ່ຽນແປງ” ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 51 ປີແຫ່ງວັນປົດປ່ອຍນະຄອນ ດ່ານັ້ງ (29 ມີນາ 1975 – 29 ມີນາ 2026). ລາຍການໄດ້ຈັດຂຶ້ນຢູ່ເຂດກາງແຈ້ງ ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຊົມເປັນຈຳນວນຫຼາຍ.

ໃນຕະຫຼອດ 90 ນາທີສະແດງ, ລາຍການໄດ້ສ້າງຂຶ້ນດ້ວຍການປະສານສົມທົບລະຫວ່າງນັກດົນຕີ 36 ຄົນ ແລະ ບັນດານັກສິລະປິນທີ່ມາຈາກ 3 ເຂດພາກຂອງ ຫວຽດນາມ. ເພື່ອນ ຫງວຽນເຟືອງຮວາ, ຢູ່ນະຄອນ ດ່ານັ້ງ, ສະແດງຄວາມຮູ້ວ່າ:

“ເມື່ອໄດ້ຮັບຊົມລາຍການປະສານສຽງດົນຕີ ດ່ານັ້ງ 2026 ດ້ວຍຫົວຂໍ້ “ດົນຕີຍາມລະດູການປ່ຽນແປງ”, ຂ້າພະເຈົ້າຮູ້ສຶກວ່າ ນີ້ແມ່ນລາຍການມີຄວາມໝາຍພິເສດ, ເນື່ອງໃນໂອກາດວັນປົດປ່ອຍນະຄອນ. ປະຊາຊົນມີໂອກາດໄດ້ເຂົ້າຮ່ວມບັນດາເຫດການວັດທະນະທຳ, ມີຄວາມໝາຍດ້ານວັດທະນະທຳ ກໍຄືສ້າງຈິດໃຈຢ່າງໃຫຍ່ຫຼວງຕໍ່ປະຊາຊົນ”.

TAG
VOV/VOVworld/ລາຍ​ການ/​ປະ​ສານ​ສຽງ​/ດົນ​ຕີ/​ພິ​ເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ