logo

ການພົວພັນລະຫວ່າງກຳມະບານຂັ້ນກະຊວງ, ຂັ້ນແຂວງຂອງລາວ ແລະ ສະມາພັນຂັ້ນກະຊວງ ແລະ ຂັ້ນແຂວງຂອງຫວຽດນາມ

2022/2/28 | 10:48:54
(VOVWORLD) - ນອກຈາກ ສູນກາງສະຫະພັນກຳມະບານລາວມີການພົວພັນຮ່ວມມືກັບສະມາພັນໃຫຍ່ແຮງງານ ຫວຽດນາມແລ້ວ ກໍາມະບານຂັ້ນກະຊວງ ແລະ ກໍາມະບານຂັ້ນແຂວງຂອງ ສປປ ລາວ ກັບບັນດາກະຊວງ, ສະມາພັນແຮງງານແຂວງຂອງ ສສ ຫວຽດນາມ ກໍໄດ້ມີການເຊັນບົດບັນທຶກການຮ່ວມມືຢ່າງກວ້າງຂວາງ.
(ການຮ່ວມມືລະຫວ່າງສອງອົງການເພື່ອແນໃສ່ເສີມສ້າງສາຍພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ)

ໂດຍປະຕິບັດຕາມແນວທາງ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ນັບມື້ເລິກເຊິ່ງ ໃນຫຼາຍລະດັບ ແລະ ກວ້າງຂວາງຫຼາຍຂຶ້ນລະຫວ່າງ ສປປ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ນອກຈາກ ສູນກາງສະຫະພັນກຳມະບານລາວມີການພົວພັນຮ່ວມມືກັບສະມາພັນໃຫຍ່ແຮງງານ ຫວຽດນາມແລ້ວ ກໍາມະບານຂັ້ນກະຊວງ ແລະ ກໍາມະບານຂັ້ນແຂວງຂອງ ສປປ ລາວ ກັບບັນດາກະຊວງ, ສະມາພັນແຮງງານແຂວງຂອງ ສສ ຫວຽດນາມ ກໍໄດ້ມີການເຊັນບົດບັນທຶກການຮ່ວມມືຢ່າງກວ້າງຂວາງ.
ສ່ວນຂັ້ນແຂວງ: ສະຫະພັນກຳມະບານແຂວງຫົວພັນ ໄດ້ມີການພົວພັນຮ່ວມມືກັບສະມາພັນແຮງງານແຂວງແທງຫົວ ແລະ ແຂວງ ເຊີນລາ, ແຂວງຊຽງຂວາງ ໄດ້ມີການພົວຮ່ວມມືກັບ ແຂວງເງະອານ, ແຂວງອຸດົມໄຊ ໄດ້ມີການພົວພັນຮ່ວມມືກັບ ແຂວງດຽນບຽນ ແລະ ແຂວງເຊີນລາ, ແຂວງບໍ່ແກ້ວ ໄດ້ມີການພົວພັນຮ່ວມມືກັບ ແຂວງດຽນບຽນ ແລະ ແຂວງເຊີນລາ….

ສໍາລັບການແລກປ່ຽນວຽກງານການເຄື່ອນໄຫວຂັ້ນຂະແໜງການ ແລະ ກຳມະບານທ້ອງຖິ່ນ ສະຫະພັນກຳມະບານແຂວງຂອງ ສປປ ລາວ ໄດ້ສົ່ງ 23 ຄະນະຜູ້ແທນຂັ້ນຂະແໜງການ ແລະ ທ້ອງຖິ່ນຂອງກຳມະບານ ເຂົ້າຮ່ວມໃນຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ. ສະມາພັນກໍາມະບານແຂວງຂອງ ສສ ຫວຽດນາມ ມາຢ້ຽມຢາມລາວ ມີ 26 ຄະນະຜູ້ແທນຂັ້ນຂະແໜງການ ແລະ ກຳມະບານທ້ອງຖິ່ນຂອງຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.
ສໍາລັບການຊ່ວຍເຫຼືືອທາງດ້ານສະມາພັນແຮງງານຂັ້ນທ້ອງຖິ່ນຂອງ ສສ ຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ກຳມະບານແຂວງຕ່າງໆຂອງລາວ ຜ່ານການເຄື່ອນໄຫວພົວພັນຮ່ວມມືລະຫວ່າງ

ບັນດາເຫດການດັ່ງກ່າວນີ້ເພື່ອແນໃສ່ ເສີມສ້າງສາຍພົວພັນຮ່ວມມື, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານລະຫວ່າງສອງອົງການຈັດຕັ້ງຂອງທັງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

TAG
VOV/VOVworld/ສະມາພັນແຮງງານ/ກຳມະບານ/ຊ່ວຍເຫຼືອ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ