logo

ການພົວພັນ ຫວຽດນາມ - ຈີນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບມີປະສິດທິຜົນ, ແທດຈິງ

2025/9/17 | 10:01:10
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ 2 ຝ່າຍໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຮ່ວມມືກໍ່ສ້າງເສັ້ນທາງລົດໄຟສາຍ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ແລະ ທ່ານຮອງປະທານປະເທດ ສປ.ຈີນ ຂານເຈິງ
(ພາບ: VGP)

ໃນຂອບເຂດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 22, ໃນຕອນບ່າຍວັນທີ 16 ກັນຍາ, ຢູ່ນະຄອນ ໜານໜິງ, ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ໄດ້ພົບປະສົນທະນາກັບທ່ານຮອງປະທານປະເທດ ສປ.ຈີນ ຂານເຈິງ.

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ 2 ຝ່າຍໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຮ່ວມມືກໍ່ສ້າງເສັ້ນທາງລົດໄຟສາຍ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025; ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານການຄ້າ 2 ຝ່າຍ, ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນສິນຄ້າກະເສດ, ສິນໃນນ້ຳຂອງ ຫວຽດນາມ. ປະຈຸບັນ, ຫວຽນາມ ພ້ອມແລ້ວຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນມີຂອບຂະໜາດໃຫຍ່, ມີຄຸນນະພາບສູງ, ເຕັກໂນໂລຊີທັນສະໄໝຂອງ ຈີນ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ຂານເຈິງ ຢືນຢັນວ່າ ຈີນ ພ້ອມແລ້ວຈະເພີ່ມທະວີການຮ່ວມມືເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເປີດກວ້າງການນຳເຂົ້າສິນຄ້າມີຄຸນນະພາບສູງຂອງ ຫວຽດນາມ, ສົ່ງເສີມວິສາຫະກິດມີກຳລັງແຮງຢ່າງແທ້ຈິງ, ມີເຕັກໂນໂລຊີສູງຂອງ ຈີນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທ່ອງທ່ຽວ, ການສຶກສາ, ວັດທະນະທຳ, ການພົວພັນປະແລກປ່ຽນປະຊາຊົນ…

TAG
VOV/VOVworld/​​ຜະ​ລິດ​/​ສິນ​ຄ້າ/​ກະ​ເສດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ