logo

ການມອບ​ລາງວັນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີກ່ຽວ​ກັບ​ສາຍ​ພົວ​ພັນ ລາວ - ຫວຽດ​ນາມ

2022/9/24 | 09:10:25
(VOVWORLD) - ຕອນບ່າຍວັນທີ 23 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022. 
ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022

ກ່າວຄຳເຫັນທີ່ພິທີ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ລາວ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ລາວ ກ່ຽວກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ  ລາວ - ຫວຽດນາມ 2022 ໄດ້ຢັ້ງຢືນວ່າ ບັນດາຜົນງານທີ່ໄດ້ສົ່ງເຂົ້າໃນການເສັງຄັ້ງນີ້ ໄດ້ສ່ອງແສງຢ່າງມີຊີວິດຊີວາ, ຄົບຖ້ວນກ່ຽວກັບຂະບວນວິວັດແຫ່ງການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍຮ້ອງ ນັບແຕ່ປາງສົງຄາມຕ້ານສັດຕູໂຕດຽວກັນ ຕະຫຼອດຮອດໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ບັນດາຜົນງານໄດ້ປະພັນໂດຍອີງໃສ່ພື້ນຖານທາງດ້ານປະຫວັດສາດຕົວຈິງທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ, ປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ ພ້ອມດ້ວຍລາງວັນທີສາມ ແລະ ລາງວັນຊົມເຊີຍຫຼາຍລາງວັນ.

ນັກຂ່າວ VOV ປະຈຳ ລາວ.

 

TAG
VOV/VOVworld/ບົດ​ປະ​ພັນ/ຫວຽດ​ນາມ/ລາວ/ສາ​ມັກ​ຄີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ