logo

ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ເປີດແງ່ຫວັງຮ່ວມມືໃໝ່ຫຼາຍຢ່າງ

2025/10/22 | 08:54:52
(VOVWORLD) - ຕາມທ່ານນາງແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພາຍຫຼັງທີ່ ບຸນກາຣີ ປ່ຽນແປງລະບອບການໃນປີ 1990.
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

        ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປີດແງ່ຫວັງການຮ່ວມມືໃໝ່ຫຼາຍຢ່າງ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ, ແຕ່ວັນທີ 22 – 24 ຕຸລາ. ຕາມທ່ານນາງແລ້ວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພາຍຫຼັງທີ່ ບຸນກາຣີ ປ່ຽນແປງລະບອບການໃນປີ 1990.

        ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງ 2 ປະເທດເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງ ບຸນກາຣີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, quantum, ປັນຍາປະດິດ (AI), ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການແພດ, ຊີວະສາດ… ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ປະເທດສ້າງຂົວເຊື່ອມຕໍ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ໝັ້ນຂົງໜັກແໜ້ນລະຫວ່າງ ບຸນກາຣີ ກັບ ອາຊຽນ ແລະ ກົງກັນຂ້າມແມ່ນ ຫວຽດນາມ ກັບ ອີຢູ.

TAG
VOV/VOVworld/ດ​ີ​ຈີ​ຕອນ/ຫັນ​ເປັນ​ສີ​ຂຽວ/ການ​ແພດ/ຊີ​ວະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ