logo

ການຢ້ຽມຢາມປະເທດ ແຟງ​ລັງ ຂອງ ທ່ານ ເລຂາທິການໃຫຍ່ ໂຕເລິມ ເປີດໂອກາດຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ

2025/10/20 | 12:05:14
(VOVWORLD) - ການຢ້ຽມຢາມແມ່ນໂອກາດເພື່ອ ສອງປະເທດ ຕີລາຄາຄືນ ບັນດາຜົນສຳເລັດຂອງການຮ່ວມມືອັນດີງາມໃນອະດີດກໍຄືວາງອອກມາບັນດາການກຳນົດທິດໃຫຍ່, ເຮັດສາຍພົວພັນໃໝ່, ສ້າງກຳລັງພົນ, ນຳເອົາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານຂຶ້ນສູ່ລະດັບສູງໃໝ່. 
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອາເລັກຊັນເດີ ສະຕັບ, ປະທານາທິບໍດີ ແຟງລັງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຢ້ຽມຢາມ ປະເທດ ແຟງລັງ ແຕ່ວັນທີ 20 – 22 ຕຸລາ 2025. ນີ້ແມ່ນການຢ້ຽມຢາມປະເທດ ແຟງລັງ ຄັ້ງທຳອິດຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນັບຕັ້ງແຕ່ ສອງປະເທດສ້າງຕັ້ງສາຍພົວພັນການທູດ ໃນປີ 1973. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ:

ການຢ້ຽມຢາມແມ່ນໂອກາດເພື່ອ ສອງປະເທດ ຕີລາຄາຄືນ ບັນດາຜົນສຳເລັດຂອງການຮ່ວມມືອັນດີງາມໃນອະດີດກໍຄືວາງອອກມາບັນດາການກຳນົດທິດໃຫຍ່, ເຮັດສາຍພົວພັນໃໝ່, ສ້າງກຳລັງພົນ, ນຳເອົາສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານຂຶ້ນສູ່ລະດັບສູງໃໝ່. ການຢ້ຽມຢາມຄັ້ງນີ້ຂອງ ທ່ານເລຂາທິການໃຫຍ່ ຈະສ້າງໂອກາດການຮ່ວມມືຮອບດ້ານຢ່າງເລິກເຊິ່ງກວ້າງຂວາງຫຼາຍກວ່າເກົ່າໃນຫຼາຍຂົງເຂດ, ໂດຍສະເພາະໃນບັນດາຂົງເຂດ, ຄື: ເສດຖະກິດດິຈິຕອລ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຊີ, ການເດີນທາງທະເລ...

TAG
VOV/VOVworld/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ/ແຟງ​ລັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ