logo

ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ.ລາວ ເປັນ​ຂີດໝາຍ​ໜ້າ​ປະ​ຫວັດ​ສາດໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພ​າບ​ອັນ​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ ສອງ​ປະ​ເທດ

2021/6/28 | 07:47:00
(VOVWORLD) - ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງລັດ ພົບປະກັນໂດຍກົງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ແລະ ແລກປ່ຽນບັນດາບັນຫາສຳຄັນ ໃນການພົວພັນສອງປະເທດ ໃນສະພາບການໃໝ່
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ VOV 

ໂດຍຕີລາຄາກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ  ທອງລຸນ ສີສຸລິດ ແລະ ພັນລະຍາ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍ ພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມ ພັນລະຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນສອງປະເທດ. ສິ່ງນີ້ອີກຄັ້ງໜຶ່ງສະແດງໃຫ້ເຫັນວ່າ ສອງປະເທດຍາມໃດກໍ່ຖືກັນຄື ສະຫາຍ, ອ້າຍນ້ອງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ແມ່ນຄູ່ຮ່ວມມືສຳຄັນທີ່ສຸດໃນທຸກຂົງເຂດ.

        ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ການນຳສູງສຸດຂອງສອງພັກ, ສອງລັດ ພົບປະກັນໂດຍກົງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ແລະ ແລກປ່ຽນບັນດາບັນຫາສຳຄັນ ໃນການພົວພັນສອງປະເທດ ໃນສະພາບການໃໝ່, ພິເສດແມ່ນສົມທົບກັນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງ ແຕ່ລະພັກ, ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ບັນດາມາດຕະການເພື່ອເພີ່ມທະວີ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ວັດທະນະທຳ - ສັງຄົມ… ເຂົ້າສູ່ລວງເລິກ, ແທດຈິງກ່ວາ, ຮັບໃຊ້ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດຂອງແຕ່ລະປະເທດໄດ້ດີກ່ວາອີກ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ