logo

ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ ອິນໂດເນເຊຍ ສືບຕໍ່ຊຸກຍູ້ການພົວພັນຄູ່່ຮ່ວມມືຍຸດທະສາດຮອບດ້ານ

2018/9/10 | 07:50:00
(VOVWORLD) -ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ທ່ານ ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ JoKo Widodo  ພ້ອມດ້ວຍພັນລະຍາ ຈະມີການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 11 – 12 ກັນຍາ 2018 ແລະ ເຂົ້າຮ່ວມ ເວທີປາໄສ ເສດຖະກິດໂລກ ອາຊຽນ 2018 (WEF ASEAN 2018). 

 ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ

ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຄັ້ງທໍາອິດຂອງ ທ່ານປະທານາທິບໍດີ         JoKo Widodo  ນັບແຕ່ເມື່ອດໍາລົງຕໍາແໜ່ງໃນປີ 2014. ເນື່ອງໃນໂອກາດນີ້, ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ. ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາຫວຽດນາມ ຢັ້ງຢືນວ່າ:

        “ການພົວພັນລະຫວ່າງສອງປະເທດ ໄດ້ຮັບການພັດທະນາ ແລະ ປັບປຸງ ຢ່າງບໍ່ຢຸດຢັ້ງ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະສືບຕໍ່ລົງນາມໃນແຜນການເຄື່ອນໄຫວໄລຍະ 5 ປີ ຕໍ່ໄປ. ຫວັງວ່າ ດ້ວຍການລົງນາມໃນບົດບັນທຶກຊ່ວຍຈໍາບາງສະບັບນັ້ນ, ພວກເຮົາຈະສືບຕໍ່ເປີດທິດພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ ໃນທຸກຂົງເຂດຄື ເສດຖະກິດ,ການເມືອງ, ວັດທະນະທໍາ ແລະ ສັງຄົມ. ສໍາລັບດ້ານເສດຖະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບັນດາຜົນງານທີ່ພວກເຮົາບັນລຸໄດ້ໃນຕະຫຼອດໄລຍະ 3 ປີຜ່ານມາ ກໍຄືການເຕີບໂຕເສດຖະກິດຂອງສອງປະເທດ, ຄາດໝາຍວົງເງິນການຄ້າໃນປີ 2020 ແມ່່ນຈະບັນລຸໄດ້ເຖິງ 10 ຕື້ USD. ໂດຍສະເພາະແມ່ນເມື່ອພວກເຮົາພວມສຸມໃສ່ບັນດາຜະລິດຕະພັນບຸລິມະສິດ, ຕົວຢ່າງຄື ຂະແໜງລົດໂອໂຕ ໄດ້ຮັບການຟື້ນຟູ ສົ່ງອອກໄປຍັງຫວຽດນາມ ຫຼື ເຂົ້າສານຂອງຫວຽດນາມ ສົ່ງອອກໄປຍັງ ອິນໂດເນເຊຍ...”.

        ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ນອກຈາກການເຂົ້າຮ່ວມ ເວທີປາໄສ ເສດຖະກິດໂລກ ອາຊຽນ 2018 ແລ້ວ, ຄາດວ່າ ທ່ານປະທານາທິບໍດີ JoKo Widodo   ກໍຈະມີການພົບປະເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງອີກດ້ວຍ.

TAG
VOV/VOVworld/ອິນໂດເນເຊຍ/ເອກອັກຄະລັດຖະທູດ/JoKo Widodo

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ