logo

ການ​ລົງ​ທຶນ​ໃຫ້​ແກ່​ເຂດ​ຊາຍ​ແດນ​ແມ່ນ​ການ​ລົງ​ທຶນ​ໃຫ້​ການ​ຄວາມ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ປະ​ເທດ​ຊາດ

2025/11/16 | 14:09:04

(VOVWORLD) - ວັນທີ 16 ພະຈິກ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ຫຼາຍໂຮງຮຽນ, ເພື່ອປະຕິບັດຂະບວນການ ທົ່ວປະເທດເພື່ອນັກຮຽນເຂດຊາຍແດນທີ່ຮັກແພງ.



ພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນຢູ່ບັນດາເຂດຊາຍແດນ ແຂວງ ກ໋ວາງຫງາຍ (ພາບ: VOV)

ຢູ່ແຂວງກ໋ວາງຫງາຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮວ່າບິ່ງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ມັດຖະຍົມຕອນຕົ້ນ ຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນ ຢູ່ຕາແສງ ຢຸກນົງ ແລະ ສາມສະຖານທີ່ເຊື່ອມຕໍ່ອື່ນຢູ່ບັນດາຕາແສງ: ໂມຣາຍ, ເຣີເກີຍ ແລະ ຊາລອງ. ນີ້ແມ່ນບັນດາໂຄງການຈຸດສຸມ, ນອນໃນແຜນນະໂຍບາຍລົງທຶນກໍ່ສ້າງໂຮງຮຽນຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜ່ນ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງໄດ້ຢັ້ງຢືນວ່າບັນດາໂຄງການສະແດງນ້ຳໃຈຄວາມຮັບຜິດຊອບຂອງພັກ, ລັດ ຕໍ່ພາລະກຳການສຶກສາ, ສຳລັບພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດຊາຍແດນຂອງປະເທດຊາດ. ເພື່ອໃຫ້ບັນດາໂຄງການປະຕິບັດສຳເລັດໂດຍໄວ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງຄະນະກຳມະການປະຊາຊົນ ແຂວງ ກ໋ວາງຫງາຍ ຊີ້ນຳບັນດາເຈົ້າຂອງການລົງທຶນ, ຫົວໜ່ວຍປະຕິບັດ ເພື່ອຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ຄວາມປອດໄພ, ປະສິດທິຜົນ.

ແລະກໍ່ໃນຕອນເຊົ້າວັນທີ 16 ພະຈິກ, ຢູ່ຕາແສງ ອີອານານ, ທ່ານຮອງນາຍົກລັດຖະມົນຕີ ໂຮກວັກຢຸງ ໄດ້ເຂົ້າຮ່ວມໂຄງການ ສ້າງໂຮງຮຽນກິນນອນຂັ້ນປະຖົມ ແລະ ຂັ້ນມັດທະຍົມຕອນຕົ້ນຢູ່ 7 ຕາແສງເຂດຊາຍແດນແຂວງ ຢາລາຍ.

TAG
VOV/VOVworld/ກ​ານ​ສຶກ​ສາ/ນັກ​ຮຽນ/ເຂດ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ