logo

ການສົ່ງອອກ - ນຳເຂົ້າອາດສາມາດບັນລຸລະດັບ 900 ຕື້ USD

2025/10/13 | 09:33:06
(VOVWORLD) -  ສິ່ງດັ່ງກ່າວສະແດງໃຫ້ເຫັນການເຕີບໂຕບຸກທະລຸ, ຢືນຢັນບົດບາດນຳພາ ແລະ ເສົາຄ້ຳໃນການເຄື່ອນໄຫວສົ່ງອອກຂອງທັງປະເທດ.
ທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: daibieunhandan.vn)

ຕາມຕົວເລກຫຼ້າສຸດຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃນ 9 ເດືອນຜ່ານມາ, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸ 680.6 ຕື້ USD. ໃນຈຳນວນ 32 ປະເພດສິນຄ້າບັນລຸວົງເງິນການຄ້າສົ່ງອອກກວ່າ 1 ຕື້ USD, ມີສິນຄ້າ 7 ປະເພດບັນລຸກວ່າ 10 ຕື້ USD ດ້ວຍບັນດາຕະຫຼາດສົ່ງອອກຕົ້ນຕໍ, ລວມມີ: ອາເມລິກາ, ຈີນ, ອີຢູ, ອາຊຽນ, ຍີ່ປຸ່ນ… ສິ່ງດັ່ງກ່າວສະແດງໃຫ້ເຫັນການເຕີບໂຕບຸກທະລຸ, ຢືນຢັນບົດບາດນຳພາ ແລະ ເສົາຄ້ຳໃນການເຄື່ອນໄຫວສົ່ງອອກຂອງທັງປະເທດ.

ແງ່ຫວັງໃນຊຸມເດືອນທ້າຍປີ 2025 ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ຕັ້ງໜ້າ, ເມື່ອວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການກຳແໜ້ນໂອກາດຈາກບັນດາສັນຍາການຄ້າເສລີ ແລະ ການຫັນປ່ຽນໃບສັ່ງຊື້ສິນຄ້າຈາກບັນດາປະເທດໃນພາກພື້ນ. ຕາມກະຊວງອຸດສາຫະກຳການຄ້າ ຄາດຄະເນວ່າ ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງທັງປີອາດຈະບັນລຸເປົ້າໝາຍໃໝ່ປະມານ 900 ຕື້ USD.

TAG
VOV/VOVworld/​ເຕີບ​ໂຕ​/ບຸກ​ທະ​ລຸ/ຢືນ​ຢັນ​/ນຳ​ພາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ