logo

ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ

2018/5/28 | 12:21:00
(VOVWORLD) -ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກຂອງມໍລະດົກວັດທະນະທຳຂັບແທນ. ຂັບແທນແມ່ນປະເພດສິລະປະທີ່ມີຊື່ສຽງ ຍ້ອນແມ່ນມໍລະດົກວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ຍູ່ບັນດາແຂວງເຂດພູດອຍທາງທິດ ເໜືອຫວຽດນາມ. ດ້ວຍຄວາມຫວັງຢາກ ອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບແທນ, ບັນດາທ້ອງຖິ່ນໄດ້ ແລະ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອພັດທະນາສິລະປະຂັບແທນກາຍເປັນຂົງເຂດວັດທະນະທຳດ້ວຍຄວາມອຸດົມສົມບູນກ່ຽວກັບປະເພດ, ມີຄວາມຫຼາຍຮູບຫຼາຍສີທາງດ້ານຮູບການສະແດງ
ສິລະປະຂັບແທນ, ພິນຕິ໋ງ 

ງານມະໂຫລານ, ສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ 6 ທີ່ຫາກໍ່ຈັດຂຶ້ນຢູ່ແຂວງ ຮ່າຢາງ  ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ນັບຮ້ອຍຄົນທີ່ມາຈາກບັນດາກອງສິລະປະກອນຂອງ 14 ແຂວງ ແລະ ນະຄອນໃນທົ່ວປະເທດ. ໃນຊຸມວັນດຳເນີນງານມະໂມລານ, ບັນດາສຽງຂັບແທນ, ພິນຕິ໋ງ ໄດ້ດັງກ້ອງກັງວານຂຶ້ນໄປທົ່ວໝູ່ບ້ານຕ່າງໆຈາກນະຄອນຮ່າຢາງ ຈະຫຼອດຮອດບັນດາເສັ້ນທາງທີ່ລະອິດລະອ້ຽວບົນເຂດພູພຽງຫີນດົ່ງວັນ… ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວ ແລະ ພໍ່ແມ່ພີ່ນ້ອງບັນດາເຜົ່າຍູ່ແຫ່ງນີ້ມີຄວາມຫຼົງໄຫຼ. ເພື່ອນ ເຈິ່ນ ແທ່ງ ອານ ອາຍຸ 19 ປີ ສະມາຊິກໃນຄະນະສິລະປະກອນມະຫາຊົນແຂວງ ກາວ ບັ່ງ ແບ່ງປັນວ່າ: 

     “ນ້ອງໄດ້ຮູ້ຂັບແທນແຕ່ຄາວຍັງນ້ອຍ, ສິລະປະຂັບແທນໄດ້ຊຶມເລິກເຂົ້າໃນຈິດໃຈຂອງມະນຸດ ແລະ ເມື່ອເຕີບໃຫຍ່ຂຶ້ນຈຶ່ງຮູ້ວ່າເຮົາມີຄວາມຮັກຕໍ່ຂັບແທນ, ຈາກນັ້ນນ້ອງກໍ່ເລີ່ມໄປຊອກຫາບ່ອນເພື່ອຮຽນຂັບແທນ. ເນື່ອງຈາກມີແມ່ແມ່ນຊາວເຜົ່າໄຕ່ ແລະ ດຳລົງຊີວິດຢູ່ ກາວ ບັ່ງ, ຟັງສຽງຂັບແທນແຕ່ຄາວຍັງນ້ອຍ, ດັ່ງນັ້ນການຮຽນກໍງ່າຍດາຍ. ນັບແຕ່ຄາວຍັງນ້ອຍເມື່ອໄດ້ຮັບຟັງສຽງຂັບແທນເຮົາກໍ່ແລ່ນໄປຫາເພື່ອຮັບຟັງ ແລະ ຄວາມຮັກຕໍ່ຂັບແທນກໍ່ໄດ້ເພີ່ມຂຶ້ນເປັນກ້າວໆ”. 

      ທຳນອງຂັບແທນໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ ເວົ້າສະເພາະກໍ່ຄືພໍ່ແມ່ພີ່ນ້ອງບັນດາເຜົ່າເຂດພູດອຍທາງທິດເໜືອເວົ້າລວມ. ຍ້ອນເຫດນີ້ເອງ, ໃນຊຸມປີທີ່ຜ່ານມາ ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບບັນດາທ້ອງຖິ່ນທີ່ມີມໍລະດົກຂັບແທນດຳເນີນງານມະໂຫລານຂັບແທນ, ການໂອ້ລົມສົນທະນາ, ກອງປະຊຸມສຳມະນາແນໃສ່ຈຸດປະສົງຊອກຫາທິດທາງເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບແທນຢ່າງມີປະສິດທິຜົນ. ທ່ານນາງ ຈ໋ຽວ ທິ ຕິ່ງ, ຮອງຫົວໜ້າພະແນກ ວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:  

      “ຄວາມຮັບຮູ້ຂອງປະຊາຊົນໄດ້ຖືກຍົກສູງຂຶ້ນ, ເພາະຜ່ານງານມະໂຫລານຄັ້ງນີ້ສາມາດເຫັນໄດ້ເຖິງບັນດາທຳນອງຂັບແທນເກົ່າໄດ້ຮັບການຮັກສາໄວ້. ຈາກບັນດານັກສິລະປະການຂັບແທນທີ່ມີອາຍຸສູງໄດ້ຖ່າຍທອດໃຫ້ຄົນລຸ້ນໜຸ່ມ ແລະ ເຂົາເຈົ້າກໍ່ໄດ້ຮັບເອົາສິ່ງທີ່ຍອດຍິ່ງດ້ານສິລະປະດ້ວຍຄວາມຮັບຜິດຊອບສູງ.”

    ເພື່ອ ອະນຸລັກຮັກສາມໍລະດົກຂັບແທນ, ແຕ່ປີ 2002-2016 ສະມາຄົມສິລະປະວັນນະຄະດີພື້ນເມືອງຫວຽດນາມໄດ້ມອບນາມມະຍົດນັກສິລິປະການພື້ນເມືອງໃຫ້ແກ່ບັນດານັກສິລະປະການ, ນັກສິລະປິນຂັບແທນ ແລະ ນັບແຕ່ປີ 2015 ທ່ານ ປະທານປະເທດຫວຽດນາມໄດ້ມອບນາມມະຍົດກິຕິມະສັກແຫ່ງລັດນັກສິລະປະການດີເດັ່ນໃຫ້ແກ່ບັນດານັກສິລະປະການຂັບແທນ, ທ່ານຮອງ ສາດສະດາຈານ, ປ.ອ ດັງ ແຮ່ວງ ລານ ອະດີດຫົວໜ້າສະຖາບັນດົນຕີແຫ່ງຊາດຫວຽດນາມຖືວ່າ:  

     “ ນັກສິລະປະການ, ນັກສິລະປິນຂັບແທນທຸກໆຄົນ ເມື່ອມາເຂົ້າຮ່ວມງານມະໂຫລານກໍ່ແມ່ນບັນດານັກຮ້ອງສຽງດີ, ແລະ ໄດ້ຂັບຮ້ອງບັນດາທຳນອງເພງຂັບແທນມ່ວນທີ່ສຸດ. ການອະນຸລັກຮັກສາຂັບແທນໃນວັນນີ້ບໍ່ສັບສົນອີກແລ້ວ, ມັນຍັງປະກົດຕົວໃນສັງຄົມ, ດັ່ງນັ້ນພວກເຮົາມີຄວາມອຸ່ນອ່ຽນໃຈເພື່ອລໍຖ້າໂລກ ເຊີດຊູສິລະປະຂັບແທນແມ່ນມໍລະດົກ, ເປັນຕົວແທນຂອງມວນມະນຸດ”    

        ພິທີກຳສິລະປະຂັບແທນແມ່ນໜຶ່ງໃນບັນດາປະເພດວັດທະນະທຳເຊິ່ງໃນນັ້ນໄດ້ເຕົ້າໂຮມ ຫຼາຍຮູບການດຳເນີນຊີວິດວັດທະນະທຳພື້ນເມືອງທີ່ແຕກຕ່າງກັນ. ຍ້ອນເຫດນີ້ເອງ, ການຄົ້ນຄ້ວາ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າພິທີກຳສິລະປະຂັບແທນໃນປັດຈຸບັນແມ່ນວຽກງານທີ່ຈຳເປັນທີ່ສຸດ, ເປັນຕົ້ນແມ່ນໃນຂະນະທີ່ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດພູສູງພວມຍືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປຍ້ອນວິວັດການຫັນເປັນທັນສະໄໝ ແລະ ໃນວິວັດການພົວພັນແລກປ່ຽນວັດທະນະທຳ.
TAG
VOV/VOVworld/ສິ​ລະ​ປະ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ