logo

ການ​ຮ່ວມ​ມືດ້ານ​ເສດ​ຖ​ະ​ກິດ ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ແຟງ​ລັງ

2025/10/22 | 12:54:13
(VOVWORLD) - ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ  ໄດ້ເຂົ້າຮ່ວມ ແລະ ເປັນປະທານງານພົບປະກັບວິສາຫະກິດດີເດັ່ນຂອງ ແຟງລັງ.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການພົບປະກັບວິສາຫະກິດດີເດັ່ນ ແຟງລັງ 

ທີ່ການພົບປະ, ຜູ້ແທນບັນດາວິສາຫະກິດແຖວໜ້າຂອງ ແຟງລັງ ໄດ້ແບ່ງປັນກ່ຽວກັບຫຼາຍຄວາມແນວຄິດທີ່ມີຫົວຄິດປະດິດສ້າງ, ບັນດາບົດຮຽນປະສົບການ ແລະ ກຳນົດທິດທາງການຮ່ວມມືລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າຊົມເຊີຍ ແລະ ສົ່ງເສີມບັນດາວິສາຫະກິດ ແຟງລັງ ລົງທຶນຍາວນານ, ຍືນຍົງ, ຖ່າຍທອດເຕັກໂນໂລຢີກ້າວໜ້າ ແລະ ການຮ່ວມມືຄົ້ນຄວ້າພັດທະນາ, ເຂົ້າຮ່ວມລະບົບນິເວດປະດິດຄິດສ້າງ ຫວຽດນາມ. ໃນນັ້ນ, ຫວຽດນາມ ໃຫ້ບຸລິມະສິດບາງຂົງເຂດກ່ຽວກັບວິທະຍາສາດເຕັກໂນໂລຢີນະວັດຕະກຳ, ຫັນເປັນດີຈີຕອນ, ສຸມໃສ່ການພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານອຸດສາຫະກຳປາຍແຫຼມ, ອຸດສາຫະກຳທີ່ຫາກໍ່ພົ້ນເດັ່ນ. ພື້ນຖານໂຄງລ່າງພະລັງງານ, ຄົມມະນາຄົມ, ກໍ່ສ້າງຜັນຂະຫຍາຍອຸດສາຫະກຳໝູນໃຊ້ພະລັງງານປະລະມານູ, ພະລັງງານສີຂຽວ, ພະລັງງານສະອາດ, ຮ່ວງອາວະກາດ, ກວານຕຸມ, ເສດຖະກິດທະເລ, ພັດທະນາການບໍລິການ logistic, ເສດຖະກິດທະເລຫຼາຍຂະແໜງຕິດພັນກັບການສ້າງບັນດາສູນເສດຖະກິດທະເລ, ພັດທະນາຖັນແຖວກ່ຳປັ່ນຂົນສົ່ງທາງທະເລທີ່ເຂົ້າຮ່ວມບັນດາລະບົບສະໜອງການບໍລິການຂົນສົ່ງຢ່າງເລິກເຊິ່ງ, ສ້າງບັນດາທ່າກ່ຳປັ່ນອັດສະລິຍະ.”

        ຕອນບ່າຍຂອງວັນດຽວກັນ, ຢູ່ Helsinki, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບເໜືອ (ແຟງລັງ, ແດນມາກ, ຊູແອັດ, ນອກແວ). ປັດຈຸບັນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ແຟງລັງ ມີປະມານ 16.000 ຄົນ.

ວັນຫຽວ

        

TAG
VOV/VOVworld/ວິ​ສາ​ຫະ​ກິດ​ດີ​ເດັ່ນ ແຟງ​ລັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ