logo

ການ​ຮ່ວມ​ມື​ລະ​ຫວ່າງ ​ແຂວງ ກວາງ​ບິງ ແລະ ຄຳ​ມ່ວນ

2021/12/17 | 11:06:46
(VOVWORLD) -       ສອງຝ່າຍເຫັນດີສືບຕໍ່ຮັກການແລກປ່ຽນໝູນວຽນ ແລະ ປະຈຳໄລຍະ, ປະຈຳປີ; ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາກ່ຽວກັບມູນເຊື້ອໃຫ້ແກ່ມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ສອງແຂວງ ກວາງບິງ - ຄຳມ່ວນ ເວົ້າສະເພາະ. 
ທ່ານ ຫວູດ້າຍຖັງ, ເລຂາຄະນະພັກແຂວງ ກວາງບິງ 

ຕອນເຊົ້າວັນທີ 17 ທັນວາ, ຢູ່ດ່ານຊາຍແດນສາກົນ ຈາລໍ, ແຂວງ ກວາງບິງ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິງ, ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງແຂວງ ຄຳມ່ວນ, ລາວ ໄດ້ຈັດການພົບປະ ແລະ ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືຜັນຂະຫຍາຍບັນດາການເຄື່ອນໄຫວລະຫວ່າງ 2 ແຂວງ ໃນໄລຍະຈະມາເຖິງ.

        ທີ່ການພົບປະ, ສອງຝ່າຍເຫັນດີສືບຕໍ່ຮັກການແລກປ່ຽນໝູນວຽນ ແລະ ປະຈຳໄລຍະ, ປະຈຳປີ; ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາກ່ຽວກັບມູນເຊື້ອໃຫ້ແກ່ມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ສອງແຂວງ ກວາງບິງ - ຄຳມ່ວນ ເວົ້າສະເພາະ; ສືບຕໍ່ພົບປະແລກປ່ຽນກ່ຽວກັບວັດທະນະທຳ, ຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ສົມທົບກັນແໜ້ນແຟ້ນໃນວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນປາງສົງຄາມ.  ທ່ານ ຫວູດ້າຍຖັງ, ເລຂາຄະນະພັກແຂວງ ກວາງບິງ ໃຫ້ຮູ້ວ່າ:

        “ພວກເຮົາຈະສືບຕໍ່ປະຕິບັດຕາມມູນເຊື້ອອັນດີງາມລະຫວ່າງສອງແຂວງ, ຈະເອົາໃຈໃສ່, ລະດົມກຳລັງໃຈເຊິ່ງກັນແລະກັນໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນໄພພິບັດທຳມະຊາດ ແລະ ໂລກລະບາດ. ສຳລັບຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາຍແດນ, ຂ້າພະເຈົ້າຂໍສະເໜີໃຫ້ບັນດາສະຫາຍ ຈົ່ງສົມທົບກັນເພື່ອຊີ້ນຳກຳລັງຮັບຜິດຊອບ ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ສົມທົບກັນລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ຕ້ານອາດຊະຍາກຳ.”

        ຜູ້ຕາງໜ້າການນຳ 2 ແຂວງ ກວາງບິງ ແລະ ຄຳມ່ວນ ໄດ້ເຫັນດີເປັນເອກະພາບລົງນາມໃນບົດບັນທຶກຂອງການພົບປະດ້ວຍເນື້ອໃນກ່ຽວກັບການພົວພັນລະຫວ່າງພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ; ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຊາຍແດນ ແລະ ຂໍ້ມູນຂ່າວສານຮັບໃຊ້ວຽກງານການຕ່າງປະເທດ.

TAG
VOV/VOVworld/ກວາງບິງ/ຄຳ​ມ່ວນ/ມູນ​ເຊື້ອ​ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ