logo

ການຮ່ວມມືສາກົນໃນການໂຄສະນາບັນດາຜົນງານຂອງ ຫວຽດນາມ ກ່ຽວກັບວຽກງານຊົນເຜົ່າ

2025/11/5 | 07:37:54
(VOVWORLD) - 2 ຝ່າຍຈະຮ່ວມມືໃນໄລຍະ 2025 – 2030 ດ້ວຍວິໄສທັດຮອດປີ 2045, ສຸມໃສ່ບັນດາຂົງເຂດຕົ້ນຕໍ, ລວມມີ: ການຮ່ວມມືຜັນຂະຫຍາຍການປະຕິບັດສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ໜູນຊ່ວຍການຫາເງິນລ້ຽງຊີບ ແລະ ເລີ່ມຕົ້ນທຸລະກິດ
ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ
(ພາບ: ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ)

ຕອນບ່າຍວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ ເພື່ອແນໃສ່ຮ່ວມມືກັນພັດທະນາແບບຍືນຍົງ, ສະເໝີພາບ ແລະ ເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວຽກງານຊົນເຜົ່າ.

ຕາມນັ້ນແລ້ວ, 2 ຝ່າຍຈະຮ່ວມມືໃນໄລຍະ 2025 – 2030 ດ້ວຍວິໄສທັດຮອດປີ 2045, ສຸມໃສ່ບັນດາຂົງເຂດຕົ້ນຕໍ, ລວມມີ: ການຮ່ວມມືຜັນຂະຫຍາຍການປະຕິບັດສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ໜູນຊ່ວຍການຫາເງິນລ້ຽງຊີບ ແລະ ເລີ່ມຕົ້ນທຸລະກິດ; ຍົກສູງຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ; ເພີ່ມທະວີການເຂົ້າຮ່ວມຂອງຊາວຊົນເຜົ່າສ່ວນໜ້ອຍໃນບັນດາຕຳແໜ່ງການນຳພາກລັດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮ່ວມມືໃນວຽກງານໂຄສະນາບັນດາຜົນງານຂອງ ຫວຽດນາມ ໃນຂົງເຂດວຽກງານຊົນເຜົ່າເຖິງເພື່ອນມິດສາກົນ.

TAG
VOV/VOVworld/ໜູນ​ຊ່ວຍ​/​ຫາ​ເງິນ/​ລ້ຽງ​ຊີບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ