

ໃນວັນທີ 24/5, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ເຂົ້າຢ້ຽມຄໍານັບອົງມົນກຸດລາຊະກຸມມານຍີ່ປຸ່ນ Naruhito ເນື່ອງໃນໂອກາດຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມ “ ອະນາຄົດອາຊີ ” ຄັ້ງທີ 18. ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ສະແດງຄວາມເຄົາລົບນັບຖືຕໍ່ຈິດໃຈ ແລະ ເຈດຈຳນົງອົງອາດກ້າແກ່ນຂອງປະຊາຊົນຍີ່ປຸ່ນ ໃນການຟື້ນຟູ ແລະ ສ້າງສາປະເທດຊາດຄືນໃໝ່ພາຍຫຼັງເຫດແຜນດິນໄຫວ ແລະ ຄື້ນຍັກເມື່ອປີ 2011, ພ້ອມກັນນັ້ນກໍເນັ້ນໜັກວ່າ ຍາມໃດລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍພ້ອມແລ້ວໃຫ້ການກັນຊ່ວຍເຫຼືອປະຊາຊົນຍີ່ປຸ່ນ. ອົງມົນກຸດລາຊະກຸມມານ Naruhito ກໍເຊື້ອໝັ້ນວ່າ ເລື່ອງທ່ານນາງຮອງປະທານປະເທດ Nguyen Thi Doan ເຂົ້າຮ່ວມກອງປະຊຸມ “ ອະນາຄົດອາຊີ ” ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ປັບປຸງການພົງວພັນຮ່ວມມືອັນດີງາມຂອງສອງປະເທດຍິ່ງກວ່າອີກ. ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີຖືເອົາປີ 2013 ແມ່ນປີມິດຕະພາບຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນດ້ານການທູດລະຫວ່າງສອງປະເທດ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງປະເທດຍູ້ແຮງການພົວພັນປຊາຊົນ ແລະ ແລກປ່ຽນວັດທະນະທຳ.




