logo

ການ​ເຄື່ອນ​ໄຫວ ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຢູ່ ຫວຽດ​ນາມ

2020/12/7 | 07:35:32
(VOVWORLD) -ຕອນບ່າຍວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ນຳໜ້າ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແຕ່ວັນທີ 4 ຫາ 6 ທັນວາ 2020.
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN) 

ໃນໄລຍະຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

ທີ່ບັນດາການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບທິດທາງການຮ່ວມມືໃນປີ 2021 ແລະ ໄລຍະ 5 – 10 ປີຈະມາເຖິງ, ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສົນທິສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍໄດ້ຍົກອອກຫຼາຍມາດຕະການຢ່າງແຮງ ແລະ ແທ້ດຈິງ ເພື່ອສືບຕໍ່ນຳການພົວພັນດ້ານການເມືອງ, ການທູດ ລະຫວ່າງ ສອງປະເທດໄດ້ເຂົ້າສູ່ລວງເລິກ, ເພີ່ມທະວີເສົາຄ້ຳໃນການຮ່ວມມືດ້ານປ້ອງກັນຊາດ  - ປ້ອງກັນຄວາມສະຫງົບ, ສືບຕໍ່ໃຫ້ບຸລິມະສິດພິເສດແກ່ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ.

TAG
VOV/VOVworld/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ