logo

ການເຄື່ອນໄຫວຂອງ ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢູ່ ແດນມາກ

2025/9/14 | 10:19:37
(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຮ່ວມມືກັບ ແດນມາກ ໃນບັນດາຂົງເຂດ
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ແລະ ທ່ານປະທານສະພາແຫ່ງຊາດ ແດນມາກ Soren Gade
(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ແດນມາກ ແຕ່ວັນທີ 12 – 13 ກັນຍາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ມີການພົບປະສົນທະນາ, ເຮັດວຽກກັບການນຳ ແດນມາກ ແລະ ຜູ້ຕາງໜ້າອົງການ, ວິສາຫະກິດຂອງ ແດນມາກ ຈຳນວນໜຶ່ງ.

ທີ່ການພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ ແດນມາກ Soren Gade, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຮ່ວມມືກັບ ແດນມາກ ໃນບັນດາຂົງເຂດ, ຄື: ວິທະຍາສາດ -ເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ເປັນສຳຄັນ. ທ່ານກໍ່ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນການສ້າງກົດໝາຍ.

ທີ່ການເຮັດວຽກກັບ, ທ່ານນາງ Louise Schack Elholm ປະທານກຳມາທິການເສດຖະກິດ - ການຄ້າ ແດນມາກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາໂຄງການລົງທຶນຢ່າງແຮງ, ໂດຍສະເພາະແມ່ນບັນດາໂຄງການໃນຂົງເຂດການເຕີບໂຕສີຂຽວ, ພະລັງງານທົດແທນຂອງ ແດນມາກ ຢູ່ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ແດນມາກ.

ທີ່ບັນດາການພົບປະສົນທະນາ, ແລກປ່ຽນກັບຝ່າຍ ແດນມາກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ກໍ່ສະເໜີໃຫ້ຝ່າຍ ແດນມາກ, ດ້ວຍບົດບາດເປັນປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ) ໃນ 6 ເດືອນທ້າຍປີ 2025 ຊ່ວຍຊຸກຍູ້ບັນດາປະເທດ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVFTA) ແລະ ຄະນະກຳມະການ ເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ.

TAG
VOV/VOVworld/ເຕັກ​ໂນ​ໂລ​ຊີ/ນະ​ວັດ​ຕະ​ກຳ/ເສດ​ຖະ​ກິດ​ສີ​ຂຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ