logo

ການເຄືອ່ນໄຫວຕ່າງໆ ຕອບສະໜອງການ ມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍໂລກ

2012/3/30 | 09:01:15

ການ​ເຄື​ອ່ນ​ໄຫວ​ຕ່າງໆ ຕອບ​ສະໜອງ​ການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ


ມອດ​ໄຟ​​ເພື່ອໜ່ວຍ​ໂລກ

(ພາບ:vnexpress.net)

( vovworld ) ການ​ເຄື່ອນ​ໄຫວມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ ຈະ​ເລີ່​ມ​ແຕ່ 20 ​ໂມງ 30 ນາທີ ຫາ 21 ໂມງ 30 ນາທີ ຂອງ​ວັນ​ທີ 31/3 ດ້ວຍ​ສານ​ລວມທີ່​ວ່າ “ທຸກ​ຄົນ​ພ້ອມ​ກັນ​ປະຕິບັດ“. ​ໂດຍ​ຕອບ​ສະໜອງ​ການ​ເຄື່ອນ​ໄຫວ​ເພື່ອສິ່ງ​ແວດ​ລ້ອມ​ນີ້, ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ບັນດາ​ການ​​ເຄື່ອນ​ໄຫວ​ອັນ​ແທດ​ຈິງ. ທ່ານ Dao Van Tuyen ຮອງ​ຫົວໜ້າ​ພະ​ແນ​ກໂຄສະນາ​ສຶກສາ, ອົງການ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແຂວງ Thanh Hoa ​ໃຫ້​ຮູ້​ວ່າ: “​ໃນ​ຄ່ຳ​ຄືນ​ວັນ​ທີ 31/3, ຈະຈັດ 2 ​ເນື້ອ​ໃນຕົ້ນຕໍ. ບັນດາ​ສະມາຊິກ​ຊາວ​ໜຸ່ມ ຈະ​ໂຄສະນາ​ໃຫ້​ແກ່​ປະຊາຊົນ, ບັນດາ​ວິ​ສາ​ຫະກິດ…​ຈັດ​ການ​ຂະ​ບວນ​ແຫ່ຕາມ​ຖະໜົນ ​ເພື່ອ​ສະ​ແດງ​ໃຫ້​ເຫັນຄວາມ​ໝາຍ​ຂອງ​ການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ. ຕໍ່​ຈາກ​ນັ້ນຈະ​ຈັດການ​ເຄື່ອນ​ໄຫວ​ຢູ່​ສະໜາມ​ຫຼວງ Lam Son ທີ່​ນະຄອນ Thanh Hoa ​ແລະ​ ຈະມອດ​ໄຟ​ໃນ​ເວລາ 1 ຊົ່ວ​ໂມງ.​

   ສົ່ງ​ສານ​ກ່ຽວ​ກັບ​ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ອຍ​ໂລກ ​ເຖິງ​ຮາກ​ຖານ​ຊາວ​ໜຸ່ມ, ​ເຖິງ​ແຕ່​ລະ​ຄອບຄົວ​ສະມາຊິກ​ຊາວ​ໜຸ່ມ​ແມ່ນ​ຈຸດ​ໃໝ່​ຂອງ​ບັນດາ​ສະມາຊິກ​ຊາວໜຸ່ມ​ແຂວງ Quang Ninh. ອ້າຍ Hoang Ba Nam ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ Quang Ninh ​ໃຫ້​ຮູ້​ວ່າ: “ອາດ​ເວົ້າ​ໄດ້​ວ່າ, ການ​ເຂົ້າຮ່ວມ​ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ອຍ​ໂລກ ມີ​ຄວາມ​ໝາຍ​ອັນ​ໃຫ່ຍຫຼວງ ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ເພື່ອ​ປະຢັດ​ແຫຼ່ງພະລັງງານ ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ດຳ​ເນີນ​ຊີວິດ. ຜ່ານການ​ເຄື່ອນ​ໄຫວ​ນີ້, ຂ້າພະ​ເຈົ້າຫວັງ​ວ່າ ບໍ່​ພຽງ​ແຕ່​ບັນດາ​ຊາວ​ໜຸ່ມ​ແຂວງ ​Quang Ninh ເທົ່າ​ນັ້ນ ຫາ​ກບັນດາ​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ ຈົ່ງນຳ​ໜ້າ​ປະຈັນບານ ​ໃນ​ການ​ເຄື່ອນ​ໄຫວມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ອຍ​ໂລກປີ​ 2012 ນີ້.

 

TAG
ມອດໄຟ/ໜ່ວຍໂລກ/1 ຊົ່ວໂມງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ