logo

ການ​ເຈ​ລະ​ຈາ Israel-Hamas ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ​ອີ​ຢີບ

2025/10/7 | 07:35:27
(VOVWORLD) - ວໍຊິງຕັນ ຕັດສິນໃຈຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງໃນອາທິດນີ້.

Palestinians make their way back to their homes in northern Gaza, amid a ceasefire between Israel and Hamas, in the central Gaza Strip, January 27, 2025. Photo: REUTERS/Ramadan Abed

     ຕອນຄ່ຳວັນທີ  6 ຕຸລາ, ບັນດາການເຈລະຈາຢຸດຍິງໂດຍທາງອ້ອມຄັ້ງທຳອິດລະຫວ່າງ Israel ແລະ Hamas ໄດ້ເລີ່ມຈັດຂຶ້ນຄືນໃໝ່ຢູ່ນະຄອນ Sharm El Sheikh, ທາງທິດໃຕ້ແຫຼມ Sinai ຂອງ ອີຢີບ ພາຍໃຕ້ການເປັນກາງຂອງ ອີຢີບ, ກາຕາ ແລະ ອາເມລິກາ. ຜູ້ຕາງໜ້າບັນດາຝ່າຍໄດ້ປຶກສາຫາລືວຽກງານກະກຽມຢູ່ພື້ນທີ່ຕົວຈິງໃຫ້ແກ່ການປ່ອຍຕົວປະກັນ ແລະ ແລກປ່ຽນນັກໂທດທີ່ຖືກຍົກອອກມາໃນຂໍ້ລິເລີ່ມສັນຕິພາບ ລວມມີ 20 ຂໍ້ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ. ສຳນັກຂ່າວສານ Al Qahera ຂອງ ອີຢີບ ໃຫ້ຮູ້ວ່າ: ບັນດານັກເຈລະຈາປະເທດນີ້ ແລະ ກາຕາ ພວມມານະພະຍາຍາມກັບທັງສອງຝ່າຍເຈລະຈາຄື Israel ແລະ Hamas ເພື່ອແນໃສ່ສ້າງກົນໄກກ່ຽວກັບການແລກປ່ຽນຕົວປະກັນ/ນັກໂທດ. ກ່ຽວກັບການກະທຳຂອງ ອາເມລິກາ, ຊ່ອງ 12 ຂອງ Israel ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານໜຶ່ງຂອງ ອາເມລິກາ ໂດຍບໍ່ເຜີຍຊື່ວ່າ: ວໍຊິງຕັນ ຕັດສິນໃຈຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງໃນອາທິດນີ້. ຕາມນັ້ນແລ້ວ, ທ່ານ Steve Witkoff ແລະ Jared Kushner, ທູດພິເສດຂອງ ອາເມລິກາ ຈະບໍ່ອອກຈາກ ອີຢີບ ກ່ອນທີ່ຈະບັນລຸໄດ້ຂໍ້ຕົກລົງ.

TAG
VOV/VOVworld/ການ​ເຈ​ລະ​ຈາ Israel-Hamas/ນະຄອນ Sharm El Sheikh/ທ່ານ Steve Witkoff ແລະ Jared Kushner/ທູດພິເສດຂອງ ອາເມລິກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ