logo

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສ້າງ​ພື້ນ​ຖານ​ຍຸດ​ທະ​ສາດ, ເປີດ​ຂົງ​ເຂດພັດ​ທະ​ນາ​ໃໝ່​ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ

2025/11/24 | 11:18:01
(VOVWORLD) - ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າການຢ້ຽມຢາມປະກອບສ່ວນສ້າງພື້ນຖານໃໝ່ໃຫ້ແກ່ການພົວພັນຍຸດທະສາດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເປິດກວ້າງເຂດພັດທະນາໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  (ພາບ: TTXVN)

ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສ້າງພື້ນຖານຍຸດທະສາດ, ເປີດເຂດພັດທະນາໃໝ່ຢູ່ພາກພື້ນຕາເວັນອອກກາງ - ອາຟະລິການັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮ່ວາຍຈຸງ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ກູເວດ ແລະ ອານເຊຣີຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າການຢ້ຽມຢາມປະກອບສ່ວນສ້າງພື້ນຖານໃໝ່ໃຫ້ແກ່ການພົວພັນຍຸດທະສາດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ເປິດກວ້າງເຂດພັດທະນາໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ. ຫວຽດນາມ ແລະ ສາມປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, ນຳກູເວດ, ອານເຊຣີ ແລະ ອາຟະລິກາໃຕ້ກາຍເປັນສາມຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ໃນຈຳນວນ 70 ປະເທດ ໃນພາກພື້ນຕາເວັນອອກກາງ - ອາຟະລິກາ ແລະ ນຳຫວຽດນາມກາຍເປັນຕາໂສ້ສຳຄັນໃນເຄືອຂ່າຍຄູ່ຮ່ວມມືຍຸດທະສາດ ບຸລິມະສິດຂອງສາມປະເທດ. ຫວຽດນາມ ແລະ ສາມປະເທດໄດ້ເຊັ່ນຂໍ້ຕົກລົງ 10 ສະບັບວ່າດ້ວຍການຮ່ວມມືໃນບັນດາຂົງເຂດຕ່າງໆ.

TAG
VOV/VOVworld/​ຍຸດ​ທະ​ສາດ/​ຂົງ​ເຂດພັດ​ທະ​ນາ​ໃໝ່​/ພາກ​ພື້ນ​ຕາ​ເວັນ​ອອກ​ກາງ/ອາ​ຟະ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ