logo

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໃນ 9 ເດືອນ​ຕົ້ນ​ປີ 2025 ບັນ​ລຸ 7,07%

2025/10/7 | 07:51:31
(VOVWORLD) -  ໄຕມາດທີ III ເຕີບໂຕຢ່າງຕັ້ງໜ້າ ໄດ້ປະກອບສ່ວນນຳ GRDP 9 ເດືອນຂອງປີ 2025 ເພີ່ມຂຶ້ນ 7,07% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0,51 %ເມື່ອທຽບໃສ່ລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ.
(ພາບປະກອບ: VOV)

9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈີມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມຕົວເລກສະຖິຕິຂອງນະຄອນ ໂຮ່ຈີມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ໄດ້ເພີ່ມຂຶ້ນ 8,11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0,87%  ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7,74%; ການບໍລິການເພີ່ມຂຶ້ນ 8,58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງສວມບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3,14%.

ໄຕມາດທີ III ເຕີບໂຕຢ່າງຕັ້ງໜ້າ ໄດ້ປະກອບສ່ວນນຳ GRDP 9 ເດືອນຂອງປີ 2025 ເພີ່ມຂຶ້ນ 7,07% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0,51 %ເມື່ອທຽບໃສ່ລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ. ສິ່ງເປັນໜ້າສົນໃຈນັ້ນແມ່ນ ຂະແໜງປຸງແຕ່ງ - ຜະລິດເພີ່ມຂຶ້ນແຮງບັນລຸ 10,5%, ສືບຕໍ່ແມ່ນກຳລັງໜູນຫຼັກຂອງການເຕີບໂຕອຸດສາຫະກຳ.

TAG
VOV/VOVworld/GRDP 9 ເດືອນ​ຂອງ​ປີ 2025/ນະ​ຄອນ ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ