logo

ການ​ເສັງ​ບັນ​ລະ​ຍ​າຍ​ດ້ວຍ ພາ​ສາ​ຫວຽດ​ ໃຫ້​ແກ່​ນັກ​ຮຽນ​ລາວ​ທີ່ ສຶກ​ສາ​ຢູ່ ຫວຽດ​ນາມ ປີ 2019

2019/10/11 | 07:59:00
(VOVWORLD) -ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງຮອບຄັດເລືອກການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ.
ທ່ານຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາ ແລະ ບຳລຸງສ້າງ, ກຳມະການຜູ້ປະຈຳການຄະນະຊີ້ນຳການເສັງກ່າວຄຳເຫັນທີ່ການເສັງ 

ການເສັງບັນລະຍາຍດ້ວຍຫົວຂໍ້ວ່າ “ ຂ້ອຍຮັກປະເທດຫວຽດນາມ”, ການເສັງຄັ້ງນີ້ດ້ວຍຈຸດປະສົງແມ່ນສົ່ງເສີມພວກນ້ອງນັກຮຽນລາວແບ່ງປັນຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ວັດທະນະທຳ ຫວຽດນາມ, ບັນດາອະນຸສອນໃນການດຳລົງຊີວິດ, ການຮ່ຳຮຽນ ແລະ ດຳເນີນຊີວິດ ຢູ່ ຫວຽດນາມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາ ແລະ ບຳລຸງສ້າງ, ກຳມະການຜູ້ປະຈຳການຄະນະຊີ້ນຳການເສັງໃຫ້ຮູ້ວ່າ:

        ຂ້າພະເຈົ້າເຊື່ອໝັ້ນວ່າ “ຜ່ານການເສັງບັນລະຍາຍຄັ້ງນີ້, ນັກສຶກສາລາວທຸກຄົນຈະບໍ່ພຽງແຕ່ມີຄວາມດຶງດູດໃຈຢາກຮຽນພາສາຫວຽດເທົ່ານັ້ນ, ຫາກຍັງ ແມ່ນ ໂອກາດເພື່ອໃຫ້ພວກເພື່ອນເຂົ້າໃຈ, ຮັກປະເທດຊາດ, ວັດທະນະທຳ ແລະ ຊາວ ຫວຽດນາມຕື່ມອີກ”. ຂ້າພະເຈົ້າຫວັງວ່າ ບັນດາທິມແຂ່ງຂັນທັງໝົດຈະສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນຢ່າງສຸດຂີດດ້ວຍບັນດາຄຸນຄ່າດ້ານຈິດໃຈທີ່ ສອງປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງ ແລະ ເພີ່ມພູນຄູນສ້າງ, ການເສັງນີ້ແນ່ນອນວ່າ ຈະແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງແຂວງ ແລະ ອາດເຂົ້າໃຈວ່າ ພວກເຮົາທຸກໆຄົນລ້ວນແຕ່ເປັນຜູ້ຊະນະ.

        ການເສັງຮອບຄັດເລືອກໄດ້ຈັດຕັ້ງຢູ່ 3 ພາກ ໃນເດືອນຕຸລານີ້, ພາກເໜືອ (ຢູ່ຮ່າໂນ້ຍ ແມ່ນວັນທີ 11 ຕຸລາ ຢູ່ ມະຫາວິທະຍາໄລຊົນລະປະທານ), ພາກກາງ ແມ່ນວັນທີ 18 ຕຸລາ ຢູ່ ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລເຫ້ວ, ພາກໃຕ້ ແມ່ນໃນວັນທີ 25 ຕຸລາ ຢູ່ ມະຫາວິທະນາໄລສ້າງຄູນະຄອນໂຮ່ຈີມິນ. ການເສັງຮອບຊີງຊະນະເລີດຈະໄດ້ດຳເນີນໃນວັນທີ 8 ພະຈິກຢູ່ມະຫາວິທະຍາໄລ ທ້າຍງວຽນ.

TAG
VOV/VOVworld/ການ​ເສັງ​ບັນ​ລະ​ຍ​າຍ​ດ້ວຍ ພາ​ສາ​ຫວຽດ​/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ