logo

ກຳ​ນົດ​ຈຸດ​ຢືນ​ຂອງ ຫວຽດ​ນາມ ໃນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ເສດ​ຖະ​ກິດ - ການ​ເງິນ ໄລ​ຍະ 2026 – 2030

2025/12/5 | 11:56:04
(VOVWORLD) - ເວທີປາໄສເສດຖະກິດ - ການເງິນ ຫວຽດນາມ ດ້ວຍຫົວຂໍ້ “ກຳນົດຈຸດຢືນ ຫວຽດນາມ ໃນສະພາບການໃໝ່ ແລະ ວິໄສທັດຍຸດທະສາດເສດຖະກິດ - ການເງິນ ໄລຍະ 2026 – 2030” ໄດ້ດຳເນີນໃນວັນທີ 05 ທັນວາ ຢູ່ຮ່າໂນ້ຍ. 
ເວທີປາໄສເສດຖະກິດ - ການເງິນ ຫວຽດນາມ ດ້ວຍຫົວຂໍ້ "ກຳນົດຈຸດຢືນ ຫວຽດນາມ ໃນສະພາບການໃໝ່
(ພາບ: TTXVN)

ເວທີປາໄສດັ່ງກ່າວ ໂດຍກະຊວງການເງິນ ຫວຽດນາມ ສົມທົບກັບອົງການຮ່ວມມືສາກົນ ເຢຍລະມັນ (GIZ) ແລະ ຫ້ອງການການບໍລິການໂຄງການ ສປຊ (UNOPS) ຈັດຂຶ້ນ, ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້: “ກຳນົດທິດຍຸດທະສາດພັດທະນາເສດຖະກິດ - ການເງິນ: ສ້າງພື້ນຖານແກ່ການພັດທະນາແບບຍືນຍົງໃຫ້ສົມບູນແບບ” ແລະ “ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ”.

        ໃນເວທີປາໄສ, ທ່ານ ໂດະແທ່ງຈູງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍຮອດປີ 2030 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຫວຽດນາມ ຕ້ອງກຳນົດຄືນຈຸດຢືນຂອງຕົນໃນສະພາບການໃໝ່, ສ້າງບາດກ້າວບຸກທະລຸໃນການລະດົມແຫຼ່ງກຳລັງ, ປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ເປີດກວ້າງເຂດພັດທະນາຕາມທິດຍືນຍົງ. ຕາມທ່ານຮອງລັດຖະມົນຕີ ແລ້ວ, ຫວຽດນາມ ຕ້ອງສ້າງຮູບແບບການເຕີບໂຕໃໝ່, ໃນນັ້ນ: ສະມັດຕະພາບຂອງບັນດາປັດໄຈສັງລວມ, ປະສິດທິພາບການລົງທຶນ, ບຸກທະລຸວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ ຕ້ອງກາຍເປັນພື້ນຖານແກ່ນສານ. ຮູບແບບນີ້ຮຽກຮ້ອງໃຫ້ມີການປະສານສົມທົບຢ່າງກົມກຽວລະຫວ່າງບັນດາກຳລັງເຕີບໂຕແບບເກົ່າ ກັບບັນດາກຳລັງເຕີບໂຕແບບໃໝ່.

TAG
VOV/VOVworld/ຍຸດ​ທະ​ສາດ​ເສດ​ຖະ​ກິດ - ການ​ເງິນ/ເວ​ທີ​ປາ​ໄສ​/ກຳ​ນົດ​ຈຸດ​ຢືນ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ