logo

ກ່ຳປັ່ນ​ສະ​ໜາມ​ບິນ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ​ເຂດ ອາ​ເມ​ລິ​ກາ ລາ​ຕິນ ເພື່ອ​ສະ​ກັດ​ກັ້ນ​ການ​ຊື້ຂາຍຢາ​ເສບ​ຕິດ

2025/11/12 | 08:50:58
(VOVWORLD) - ວັນທີ 11 ພະຈິກ, ມີກຸ່ມສູ້ຮົບກ່ຳປັ່ນສະໜາມບິນຂອງກອງທັບອາກາດ ອາເມລິກາ ໄດ້ເດີນທາງໄປຍັງ ອາເມລິກາ ລາຕິນ, ໃນສະພາບການອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມເພີ່ມທະວີການເຄື່ອນໄຫວດ້ານການທະຫານ ແນໃສ່ສະກັດກັ້ນບັນດາເສັ້ນທາງຊື້ຂາຍຢາເສບຕິດໃນພາກພື້ນນີ້.

ຕາມແຈ້ງການຂອງກອງບັນຊາການກຳລັງທະຫານເຮືອ  ອາເມລິກາ ຮັບຜິດຊອບພາກພື້ນ ອາເມລິກາ ໃຕ້ ແລະ ກາຣີເບ ແລ້ວ, ກໍ່າປັ່ນສະໜາມບິນໃຫຍ່ສຸດໃນໂລກ ມີຊື່ວ່າ USS Gerald R. Ford ໄດ້ເດີນທາງໄປຍັງເຂດຮັບຜິດຊອບຂອງກົມກອງນີ້. ເລື່ອງຜັນຂະຫຍາຍໄດ້ປະຕິບັດຕາມຄຳສັ່ງປະກາດໃຊ້ກ່ອນນີ້ເກືອບ 3 ອາທິດ, ແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມສະກັດກັ້ນການເຄື່ອນໄຫວຊື້ຂາຍຢາເສບຕິດໃນພາກພື້ນນີ້.

ປັດຈຸບັນ, ອຳນາດການປົກຄອງຂອງ ທ່ານ Donald Trump ພວມດຳເນີນບັ້ນຮົບການທະຫານເປີດກວ້າງຢູ່ເຂດ ກາຣີເບ ແລະ ທາງທິດຕາເວັນອອກ ປາຊີຟິກ, ຜັນຂະຫຍາຍກຳລັງທະຫານເຮືອ ແລະ ກອງທັບອາກາດ, ແນໃສ່ສືບສວນບັນດາກ່ຳປັ່ນ ເຊິ່ງ ອາເມລິກາ ກ່າວຫາວ່າ ຂົນສົ່ງຢາເສບຕິດ./.

TAG
VOV/VOVworld/ກ່ຳປັ່ນ​ສະ​ໜາມ​ບິນ ອາ​ເມ​ລິ​ກາ/ຕ້ານ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ