logo

ກຳ​ປູ​ເຈຍ ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ທັງ​ໝົດ​ກັບ ໄທ

2025/12/14 | 12:28:10
(VOVWORLD) -  ວັນທີ 13 ທັນວາ, ລັດຖະບານ ລາຊະອານາຈັກ ກຳປູເຈຍ ໄດ້ຕົກລົງຢຸດຕິທຸກການເຄື່ອນໄຫວເຂົ້າ - ອອກຢູ່ບັນດາດ່ານຊາຍແດນລະຫວ່າງປະເທດນີ້ກັບ ໄທ.

 ຂໍ້ຕົກລົງດັ່ງກ່າວ ມີຜົນສັກສິດໃນທັນທີ ແລະ ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍຈົນເຖິງເມື່ອມີແຈ້ງການສະບັບໃໝ່. ໃນຂະນະນັ້ນ, ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທ ຍັງເຄື່ອນໄຫວເປັນປົກກະຕິ.

ປະຊາຊົນກຳປູເຈຍ ຍົກຍ້າຍໄປຍັງບ່ອນປອດໄພ

ກ່ອນໜ້ານັ້ນ, ຕອນບ່າຍໃນວັນດຽວກັນ, ທ່ານປະທານສະພາສູງ ກຳປູເຈຍ Hun Sen ສະເໜີໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານພິຈາລະນາຢຸດຕິທຸກການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນຂອງປະຊາຊົນສອງປະເທດ ກຳປູເຈຍ - ໄທ. ຕາມນັ້ນແລ້ວ, ປະຊາຊົນ ກຳປູເຈຍ ພວມຢູ່ອາໄສຢູ່ ໄທ ສືບຕໍ່ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ, ໃນຂະນະນັ້ນ, ພົນລະເມືອງ ໄທ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ກຳປູເຈຍ ກໍສືບຕໍ່ຢູ່ ກຳປູເຈຍ ຈົນເຖິງເມື່ອປະຕິບັດຄຳສັ່ງຢຸດຍິງຢ່າງຄົບຖ້ວນ. ຕາມທ່ານ Hun Sen  ແລ້ວ, ມາດຕະການນີ້ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ກຳປູເຈຍ ແລະ ໄທ, ພິເສດແມ່ນການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນ. ທ່ານ Hun Sen  ກໍຮຽກຮ້ອງໃຫ້ລັດຖະບານລາຊະອານາຈັກ ໃຫ້ຄວາມເອົາໃຈໃສ່ເຖິງການປົກປັກຮັກສາຄວາມປອດໄພໃຫ້ແກ່ພົນລະເມືອງ ໄທ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ.

ວັນໂດະ, ຕວັນແອັງ - ນັກຂ່າວ VOV ປະຈຳ ກຳປູເຈຍ

TAG
VOV/VOVworld/ປະທານສະພາສູງ ກຳປູເຈຍ Hun Sen/ປິດ​ປະ​ຕູ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ